ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ແລະ ຄະນະປະຕິງານມອບຂອງຂວັນໃຫ້ແກ່ ທະຫານເສຍອົງຄະຫງວຽນວັນເຮີນ |
ເມື່ອແລກປ່ຽນກັບການນຳເຂດອຸດສາຫະກຳ ແລະ ຜູ້ຕາງໜ້າບັນດາວິສາຫະກິດຕ່າງປະເທດ, ທ່ານນາງຫງວຽນທິກິມເງິນ ໄດ້ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ພວມສືບຕໍ່ປະຕິບັດສຳເລັດບັນດາຮ່າງກົດໝາຍ, ໃນວິວັດແຫ່ງການຜະລິດດຳເນີນທຸລະກິດ, ບັນດາວິສາຫະກິດມີຂໍ້ຕິດຂັດສາມາດສະເໜີຄຳເຫັນຕໍ່ອຳນາດການປົກຄອງທ້ອງຖິ່ນ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ລັດຖະບານເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຮັບເອົາ, ພິຈາລະນາວິທີການແກ້ໄຂ. ທ່ານນາງ ຫງວຽນທິກິມເງິນເນັ້ນໜັກວ່າ:
ຂ້າພະເຈົ້າມອບໃຫ້ທ່ານ ເລຂາທິການໃຫຍ່ ຮວບຮ່ວມ ແລະ ສົ່ງເຖິງກຳມາທິການວິທະຍາສາດ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດເພື່ອຕີລາຄາຄືນບັນດາຂໍ້ກຳນົດໃນການຕີລາຄາກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ເປັນ 2 ເທື່ອ. ຖ້າຫາກວ່າບໍ່ມີຄວາມສົມເຫດສົມຜົນ ຈະດັດປັບຄືນໃໝ່. ສະເໜີໃຫ້ລັດຖະບານແນະນຳການຫຼຸດຜ່ອນຢ່າງຫຼາຍທີ່ສຸດບັນດາລະບຽບການບໍລິຫານໃນການລົງທຶນເຂົ້າຫວຽດນາມເວົ້າລວມ ແລະ ເຂດອຸດສາຫະກຳ ຟູມີ 3 ເວົ້າສະເພາະ.








