ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ ສະແດງຄວາມຮູ້ບຸນຄຸນບັນດາຄອບຄົວປະຕິວັດ
28/07/2019 09:15
(VOVWORLD) - ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ວັດ ເຟິດຕິກ, ນະຄອນຫລວງ ວຽງຈັນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຈັດຕັ້ງພິທີພາວະນາຂໍໃຫ້ດວງວິຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ.

ໃນທ່າມກາງບັນຍາກາດເຄັ່ງຂຶມນັ້ນ, ທຸກຄົນກໍ່ພ້ອມກັນຖະຫວາຍທູບທຽນດອກໄມ້, ພາວະນາໃຫ້ດວງວິນຍານຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຈົ່ງໄປສູ່ສຸຂະຕິ. ນີ້ແມ່ນໂອກາດ ເພື່ອໃຫ້ທຸກຄົນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງຂອງບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດຂອງຕົນ ເພື່ອໃຫ້ປະເທດຊາດມີເອກະລາດ, ເສລີພາບ, ທຸກຄົນໄດ້ດຳເນີນຊີວິດໃນສັນຕິພາບ. ພິທີພາວະນາຂໍໃຫ້ດວງວິຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ຢູ່ວັດ ເຟິດຕິກ, ນະຄອນຫລວງ ວຽງຈັນ
TAG
VOV/VOVworld/ປະຊາຄົມ/ສະແດງຄວາມຮູ້ບຸນຄຸນ/ຄອບຄົວປະຕິວັດ
Related





