ປະຊາຊົນຕາແສງເກາະ ເຍິນເຈົາ ໄດ້ນຳໃຊ້ຕາໜ່າງໄຟຟ້າແຫ່ງຊາດແລ້ວ (ພາບ: TTXVN) |
ຍອດຄ່າໃຊ້ຈ່າຍໃນການປະຕິບັດໂຄງການດັ່ງກ່າວປະມານ 17 ລ້ານ USD; ໃນນັ້ນ ທຶນໂດຍສະຫະພາບ ເອີຣົບ ອຸປະຖຳແມ່ນປະມານ 12 ລ້ານ USD, ສ່ວນຍັງເຫຼືອແມ່ນທຶນສົມທົບຂອງບໍລິສັດໃຫຍ່ໄຟຟ້າພາກກາງ. ໂຄງການສະໜອງໄຟຟ້າລອດຜ່ານໃຕ້ທະເລໃຫ້ແກ່ຕາແສງ ເຍິນເຈົາ ໄດ້ຮັບການຕີລາຄາຈາກກະຊວງອຸດສາຫະກຳ ແລະ ສະຫະພາບ ເອີຣົບ ວ່າແມ່ນໜຶ່ງໃນບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ ແລະ ບັນລຸປະສິດທິຜົນຢ່າງສູງຂອງຂະແໜງໄຟຟ້າ.








