ປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ75ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນໂຮ່ຈິມີນນຳຫນ້າ
15/05/2016 09:04
(vovworld)- ຕອນຄຳ່ວັນທີ 14/5 ຢູ່ ສະຖາບັນຊາວຫນຸ່ມເຍົາວະຊົນຫວຽດນາມ ໄດ້ດຳເນີນງານຊຸມນຸມມິດຕິງສະເຫລີມສະຫລອງ 75 ປີ

ທ່ານປະທານປະເທດເຈີນດ້າຍກວາງກັບບັນດາຫລາຍເຍົາວະຊົນ ພາບ:TTXVN (vovworld)- ຕອນຄຳ່ວັນທີ 14/5 ຢູ່ ສະຖາບັນຊາວຫນຸ່ມເຍົາວະຊົນຫວຽດນາມ ໄດ້ດຳເນີນງານຊຸມນຸມມິດຕິງສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງກອງເຍົາວະຊົນໂຮ່ຈິມີນ ນຳຫນ້າ (15/5/1941-15/5/2016). ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຢືນຢັນ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຕັ້ງຄວາມເຊື່ອໝັ້ນ ແລະ ຄວາມຫວັງຕໍ່ເຍົາວະຊົນ, ອະນຸຊົນລຸ້ນປະຈຸບັນ ຈະສືບທອດລຸ້ນພໍ່ລຸ້ນອ້າຍ ອອກແຮງສູ້ຊົນ, ຮ່ຳຮຽນ, ຝືກຝົນຫລໍ່ຫລອມ ປະຕິບັດບັນດາຄຳສັ່ງສອນຂອງລຸງໂຮ່ເປັນຢ່າງດີ ເພື່ອໃຫ້ກາຍເປັນຜູ້ທີ່ມີຄວາມເກັ່ງກ້າສາມາດ, ເຈົ້າຂອງໃນອະນາຄົດຂອງປະເທດຊາດ. ທ່ານປະທານປະເທດ ສະເຫນີ ພໍ່ແມ່ຂອງພວກຫລານ, ຄູອາຈານ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ສົມທົບກັນເບິ່ງແຍງ, ລົງທຶນວຽກງານປົກປ້ອງ, ສຶກສາເດັກໃຫ້ດີກວ່າເກົ່າ ພ້ອມທັງເພີ່ມທະວີການໂຄສະນາ, ສຶກສານະໂຍບາຍ, ກົດໝາຍກ່ຽວກັບເດັກ, ເປັນເຈົ້າການໃນການສະກັດກັ້ນ, ພົບເຫັນຢ່າງທັນການ ແລະ ແກ້ໄຂບັນດາການກະທຳລະເມີດກົດໝາຍສຳລັບເດັກຢ່າງເຂັ້ມງວດ.
TAG
vovworld/ເຍົາວະຊົນ
Related







