Lonely Planet ໄດ້ເຈາະຈີ້ມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ພາກກາງ ຫວຽດນາມ ຄື: ໂຮ້ຍອານ, ເຫວ້, ດ່າໜັງ. ບັນດາຜູ້ທີ່ນິຍົມຊົມຊອບການສ່ຽງໄພ, ພະຈົນໄພອາດຈະຄົ້ນຫາບັນດາຖ້ຳ, ແມ່ນ້ຳລຳເຊ ແລະ ປ່າດົງດິບຢູ່ປ່າສະຫງວນແຫ່ງຊາດ ຟອງຍາ-ແກ໋ບ່າງ ຂຶ້ນກັບແຂວງ ກ໋ວາງບີ່ງ. ໄປຄຽງຄູ່ກັນນັ້ນ, ແຂກທ່ອງທ່ຽວກໍ່ສາມາດຮັບປະທານບັນດາເຍື່ອງອາຫານທະເລຢູ່ ດ່າໜັງ ກໍ່ຄືບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ ເຫວ້ ຫຼື ໂຮ້ຍອານ.

ຢືນອັນດັບໜຶ່ງໃນບັນຊີລາຍຊື່ຂອງ Lonely Planet ແມ່ນແມ່ນ້ຳ Margaret ແລະ ເຂດດິນແດນທາງທິດໃຕ້ ອົດສະຕາລີ. ເຂດ Shikoku ຂອງ ຍີ່ປຸ່ນ ຢືນອັນດັບທີ່ 2.