ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ປາດ​ຖະ​ໜາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ ຈີນ ​ຈະສືບ​ຕໍ່​ກຳ​ນົດ​ວ່າ ຫວຽດ​ນາມ ແມ່ນ​ແຫ່ງລົງ​ທຶນ, ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຍາວ​ນານ; ສົມ​ທົບ​ກັນ​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພື່ອ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ແຮງ ແລະ ລັກ​ສະ​ນະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ລະ​ຫວ່າງ 2 ພື້ນ​ຖານ​ເສດ​ຖະ​ກິດ​ໃຫ້​ດີກວ່າ,

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ວິ​ສາ​ຫະ​ກິດ 2 ປະ​ເທດ​ຕິດ​​ແທ​ດກັບ​ບັນ​ດາ​ການ​ກຳ​ນົດ​ທິດ​​ການຮ່ວມ​ມື​ໃຫຍ່​ເຊິ່ງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ​ໄດ້​ເປັນ​ເອ​ກະ​ພາບ​ກັນ​, ເປັນ​ເຈົ້າ​ການ​ສະ​ເໜີ ແລະ ຜັ​ນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລະ​ອຽດ. ຕ້ອງ​ຍົ​ກ​ສູງ​ຄຸນ​ນະ​ພາບ​ການ​ລົງ​ທຶນ ແລະ ສຸມ​ໃສ່​ເຂົ້າ​ໃນ​ການ​ເພີ່ມ​​ປະ​ລິ​ມານເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ​ເປັນ​ຕົ້ນ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຈະ​ສືບ​ຕໍ່​ຮັບ​ຟັງ, ຮ່ວມ​ເດີນ​ທາງ, ປົກ​ປ້ອງ​ສິດ​ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ບັນ​ລ​ຸ​ຜົນ​ສຳ​ເລັດ.