ໄລ່ມາຮອດຕອນຄໍ່າວັນທີ 22 ມັງກອນ ແມ່ນມີ 17 ຄົນເສຍຊີວິດ ແລະ ຜູ້ຄົນດ່ັງກ່າວລ້ວນແຕ່ຢູ່ແຂວງ ຫູ໊ໄບ໋. ເພື່ອແນໃສ່ຄວບຄຸມການແຜ່ລະບາດພະຍາດດັ່ງກ່າວນັ້ນ, ອໍານາດການປົກຄອງນະຄອນ ອູຄານ ປະກາດວ່າ ຈະຢຸດຕິບັນດາການເຄື່ອນໄຫວຂົນສົ່ງສາທາລະນະ, ປິດການບໍລິການຢູ່ສະໜາມບິນ ແລະ ສະຖານີລົດໄຟ ໂດຍຊົ່ວຄາວ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນນະຄອນ ບໍ່ໄດ້ອອກໄປຕ່າງແຂວງ ຖ້າຫາກບໍ່ມີເຫດຜົນລະອຽດ.
ນອກຈາກຈີນ ແລ້ວ, ໃນໂລກກໍປະກົດມີ 7 ກໍລະນີ ຕິດພະຍາດດັ່ງກ່າວແລ້ວ. ຢູ່ປະເທດ ໄທ 4 ຄົນ, ສ່ວນຢູ່ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນມີ 1 ກໍລະນີ.
ຕໍ່ໜ້າສະພາບການອັນສັບສົນດັ່ງກ່າວ, ວັນທີ 22 ມັງກອນ, ອົງການອະນາໄມໂລກ ກໍໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືກ່ຽວກັບມາດຕະການຮັບມືກັບພະຍາດດັ່ງກ່າວ. ອົງການອະນາໄມໂລກ ໃຫ້ຮູ້ວ່່າ ເປົ້າໝາຍທໍາອິດໃນຕອນນີ້ ແມ່ນຊອກຫາສາຍເຫດວິທີທາງຕິດຕໍ່ເຊື້ອໄວຣັດສາຍພັນໃໝ່ນີ້ລະຫວ່າງຄົນສູ່ຄົນ. ພາຍຫຼັງສິ້ນສຸດກອງປະຊຸມ, ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ຂອງ ອົງການອະນາໄມໂລກ ໃຫ້ຮູ້ວ່າ ວັນທີ 23 ມັງກອນ ຈະອອກຖະແຫຼງການກ່ຽວກັບ ພະຍາດອັກເສບປອດຍ້ອນເຊື້ອໄວຣັດ ໂຄໂຣນາ ແມ່ນໂລກລະບາດຂອງທົ່ວໂລກຫຼືບໍ?








