ການພິມຈໍາໜ່າຍປຶ້ມປົກຂາວການຄ້າເອເລັກໂຕນິກ 2020 ຈະສືບຕໍ່ສະໜອງຂໍ້ມູນສໍາຫຼວດຢ່າງເປັນທາງການກ່ຽວກັບສະພາບການນໍາໃຊ້ເອເລັກໂຕນິກໃນວິສາຫະກິດເວົ້າລວມ ແລະ ວິສາຫະກິດນໍາເຂົ້າ - ສົ່ງອອກເວົ້າສະເພາະ(ພາບ: BNEWS/TTXVN)

ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ໃຫ້ຮູ້ວ່າ ປີ 2019 ແມ່ນປີສ້າງຂີດໝາຍແກ່ການປ່ຽນແປງຂອງການຄ້າເອເລັກໂຕນິກຢູ່ຫວຽດນາມ ໃນໄລຍະ 5 ປີ ການປະຕິບັດແຜນການສັງລວມແຫ່ງການພັດທະນາການຄ້າເອເລັກໂຕນິກຂອງຫວຽດນາມໄລຍະ 2016 – 2020 ໂດຍນາຍົກລັດຖະມົນຕີປະກາດໃຊ້. ດ້ວຍລະດັບການເຕີບໂຕສູງຂອງພື້ນຖານເສດຖະກິດ (GDP ບັນລຸ 7,02%), ການຄ້າເອເລັກໂຕນິກໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການຈໍລະຈອນສິນຄ້າ ແລະ ການບໍລິການ, ໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງຊອກຫາກາລະໂອກາດທໍາການຜະລິດ ແລະ ດໍາເນີນທຸລະກິດບັນລຸປະສິດທິຜົນໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ກໍາລັງແຜ່ຂະໜາຍຂອງການປະຕິວັດອຸດສາຫະກໍາຄັ້ງທີ 4. ການພິມຈໍາໜ່າຍປຶ້ມປົກຂາວການຄ້າເອເລັກໂຕນິກ 2020 ຈະສືບຕໍ່ສະໜອງຂໍ້ມູນສໍາຫຼວດຢ່າງເປັນທາງການກ່ຽວກັບສະພາບການນໍາໃຊ້ເອເລັກໂຕນິກໃນວິສາຫະກິດເວົ້າລວມ ແລະ ວິສາຫະກິດນໍາເຂົ້າ - ສົ່ງອອກເວົ້າສະເພາະ ກໍຄືສະພາບການນໍາໃຊ້ເອເລັກໂຕນິກໃນວົງຄະນະຍາດ.