ສປປ.ເກົາຫຼີຍົກສູງຄວາມສາມາດນາບຂູ່ດ້ານນິວເຄຼຍ
05/01/2026 09:00
(VOVWORLD) - KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Kim Jong Un ຢູ່ເຫດການນີ້ໂດຍເນັ້ນໜັກວ່າໜ້າທີ່ຮັກສາ, ເປີດກວ້າງຄວາມສາມາດນາບຂູ່ນິວເຄຼຍຢ່າງແຮງ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈມີຄວາມໝາຍຍຸດທະສາດສຳຄັນທີ່ສຸດ.

ວັນທີ 5 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ກົມກອງຂຶ້ນກັບກຸ່ມສູ້ຮົບລູກສອນໄຟຫຼັກຂອງກອງທັບປະເທດນີ້ ໄດ້ດຳເນີນບັ້ນຊ້ອມຍິງລູກສອນໄຟເໜືອສຽງໃນວັນທີ 4 ມັງກອນ. ຕາມ KCNAແລ້ວ, ການຊ້ອມຮົບນີ້ໄດ້ດຳເນີນຄືສ່ວນໜຶ່ງຂອງການຕີລາຄາກ່ຽວກັບລັກສະນະຍືນຍົງ, ມີປະສິດທິຜົນ ແລະ ການເຄື່ອນໄຫວສຳລັບຄວາມສາມາດນາບຂູ່ສົງຄາມຂອງ ສປປ.ເກົາຫຼີ, ພ້ອມທັງກວດກາຄວາມພ້ອມໃນການສູ້ຮົບຂອງລະບົບອາວຸດເໜືອສຽງ. ການນຳສປປ.ເກົາຫຼີ Kim Jong Un ໄດ້ ຕິດຕາມການສູ້ຮົບນີ້. KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Kim Jong Un ຢູ່ເຫດການນີ້ໂດຍເນັ້ນໜັກວ່າໜ້າທີ່ຮັກສາ, ເປີດກວ້າງຄວາມສາມາດນາບຂູ່ນິວເຄຼຍຢ່າງແຮງ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈມີຄວາມໝາຍຍຸດທະສາດສຳຄັນທີ່ສຸດ. ທ່ານ Kim Jong Un ສະແດງຄວາມຫວັງ ແລະ ເຊື່ອໝັ້ນວ່າ ກຳລັງລູກສອນໄຟຍາມໃດກໍ່ຈະຈົ່ງຮັກພັກດີ ກັບພາລະກິດແມ່ນ ເຄື່ອງກຳບັງ ທີ່ເປັນໜ້າໄວ້ເນື້ອເຊື່ອໃຈ ເພື່ອປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງ ສປປ.ເກົາຫຼີ, ຜ່ານຄວາມມານະພະຍາຍາມປະຕິບັດສຳເລັດໜ້າທີ່ຕໍ່ສູ້ ທີ່ເປັນເອກະພາບ ແລະ ມີຄວາມຮັບຜິດຊອບດ້ວຍ ກົດລະປຽບທີ່ເຂັ້ມງວດ.
TAG
VOV/VOVworld/ສປປ.ເກົາຫຼີ/ນິວເຄຼຍ
Related







