ສປປ.ເກົາຫຼີ ປະກາດຈະຢຸດຕິການປະຕິບັດຕາມບັນດາຄຳໝັ້ນສັນຍາ ບໍ່ທົດລອງລຸກສອນໄຟ ແລະ ນິວເຄຼຍ (ພາບ: NK News) |
ວັນທີ 21 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການ ຫຼຸດຜ່ອນອາວຸດໂດຍ ສປຊອຸປະຖຳ, ທ່ານ Ju Yong – Chol ທີ່ປຶກສາຂອງ ຄະນະຜູ້ແທນ ສປປ.ເກົາຫຼີ ປະຈຳ ສປຊ ໄດ້ຍົກອອກຢ່າງຈະແຈ້ງວ່າ ບໍ່ມີເຫດຜົນໃດ ເຊິ່ງ ພຽງຢາງ ຕ້ອງປະຕິບັດ ຄຳໝັ້ນສັນຍາ ແບບ ພຽງລຳຟັງຝ່າຍດຽວ, ໃນຂະນະທີ່ ຝ່າຍຍັງເຫຼືອບໍ່ເຄົາລົບຄຳໝັ້ນສັນຍາດັ່ງກ່າວ. ທ່ານ Ju Yong –Chol ກ່າວຫາວ່າ ວໍໍຊິງຕັນໄດ້ຈັດວາງບັນດາມາດຕະການລົງໂທດທີ່ຮ້າຍແຮງທີ່ສຸດຕໍ່ພຽງຢ່າງ. ເຈົ້າໜ້າທີ່ສປປ.ເກົາຫຼີກໍ່ກ່າວເຕືອນວ່າ ຖ້າຫາກວ່າ ອາເມລິກາ ສືບຕໍ່ຮັກສານະໂຍບາຍ ເປັນປໍລະປັກຄືແນວນີ້ ໄວ້ໃນອະນາຄົດ ການປອດນິວເຄຼຍໃນແຫຼມເກົາຫຼີ ແມ່ນ ບໍ່ມີວັນທີ່ຈະເກີດຂຶ້ນໄດ້.





