ວັນ​ທີ 30 ເມ​ສາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ (ອາ​ເມ​ລິ​ກາ) ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ສະ​ເຫຼີມ​ສະຫຼອງ ວັນ​ວິ​ສາ​ຂະ​ບູ​ຊາ Vesak ສ​ປ​ຊ ດ້ວຍ​ຫົວ​ຂໍ້ “ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ສາ​ສະ​ໜາ​ພຸດ​ເພື່ອ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື​ທົ່ວ​ໂລກ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ ໂດ​ຮຸ່ງ​ຫວຽດ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຢັ້ງ​ຢືນ​ວ່າ ສາ​ສະ​ໜາ​ພຸດ​ໄດ້​ຮ່ວມ​ເດີນ​ທາງ ແລະ ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ ປະ​ຫວັດ​ສາດແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ ຫວຽດ​ນາມ, ກາຍ​ເປັນ​ສ່ວ​ນ​ໜຶ່ງ​ທີ່​ເລິກ​ເຊິ່ງ​ໃນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ຂອງ​ຊາດ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢ້ຳ​ຄືນ​ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ ​ວັນ​ບຸນ​ວິ​ສະ​ຂາ​ບຸ​ຊາ Vesak ສ​ປ​ຊ ປີ 2025 ຢູ່​ນະ​ຄອນ ໂຮ່​ຈີ​ມິ​ນ ​ສຳ​ເລັດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ພະ​ສົງ​ສຳ​ມະ​ເນນ, ພຸດ​ທະສາ​ສະ​ນິກ​ກະ​ຊົນເປັນ​ຈຳ​ນວນຫຼາຍ.