ຫວຽດນາມ ວາງເປົ້າໝາຍພັດທະນາ 1 ລ້ານ ວິສາຫະກິດຄົນ 1 ໃນປີ 2030, ເຊິ່ງແມ່ນຮູບແບບດຳເນີນທຸລະກິດໃໝ່ອີ່ງຕາມພື້ນຖານເຕັກໂນໂລຢີດີຈີຕອນ. ແຜນນະໂຍບາຍນີ້ກໍ່ນອນໃນການກຳນົດທິດບຸກທະລຸຂອງມະຕິເລກທີ 86 ຂອງລັດຖະບານກ່ຽວກັບຍຸດທະສາດແຫ່ງຊາດ startup ຫົວຄິດປະດິດສ້າງ.
ຕາມກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ແລ້ວ, ຍຸດທະສາດ ແຫ່ງຊາດກ່ຽວກັບການ startup ຫົວຄິດປະດິດສ້າງ ເນັ້ນໜັກເຖິງການ startup ຫົວຄິດປະດິດສ້າງ ບໍ່ພຽງແຕ່ແມ່ນກຳລັງໜູນເຕີບໂຕເທົ່ານັ້ນ ຫາກຍັງແມ່ນພາລະກິດທົ່ວປວງຊົນອີກດ້ວຍ. ໜຶ່ງໃນບັນດາຈຸດໃໝ່ທີ່ເປັນໜ້າສົນໃຈແມ່ນການປະກົດຕົວຂອງຮູບແບບ ວິສາຫະກິດຄົນ 1. ຕາມທ່ານ ຟ້າມດຶກງຽມ, ຮອງຫົວໜ້າກົມ startup ແລະ ວິສາຫະກິດເຕັກໂນໂລຢີແລ້ວ, ປັດຈຸບັນ, ດ້ວຍການໜູນຊ່ວຍ ຂອງບັນດາເຄື່ອງມືດີຈີຕອນ ແລະ ຜູ້ຊ່ວຍວຽກດີຈີຕອນ, ສ່ວນບຸກຄົນ 1 ອາດສາມາດ ສ້າງ ແລະ ເຄື່ອນໄຫວວິສາຫະກິດຢ່າງສຳເລັດຜົນໄດ້:
ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພັດທະນາລະບົບວິເວດ startup ປະດິດຄິດສ້າງແຫ່ງຊາດ, ນັ້ນແມ່ນສ້າງບັນດາພື້ນຖານເຕັກໂນໂລຢີໜູນຊ່ວຍ. ພ້ອມກັນນັ້ນແມ່ນການພັດທະນາ ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງລວມ ແລະ ບັນດາພື້ນຖານໂຄງລ່າງສາທາລະນະ, ເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ລະບົບນິເວດພັດທະນາຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງ.
ການສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອໃຫ້ທຸກຄົນ ສາມາດ startup ບົນພື້ນຖານດີຈີຕອນ ໄດ້ຮັບຖືວ່າແມ່ນວິທີການຫັນເປົ້າໝາຍ ທົ່ວປວງຊົນ startup ໃຫ້ປະກົດຜົນເປັນຈິງ.





