ວັນທີ 1 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ຈະເພີ່ມອັດຕາພາສີສຳລັບລົດໂອໂຕປະປະເພດຕ່າງໆ ແລະ ລົດຂົນສົ່ງນຳເຂົ້າຈາກ ອີຢູ ຂຶ້ນ 25% ໃນອາທິດໜ້າດ້ວຍຄຳກ່າວຫາວ່າ ກຸ່ມນີ້ ພວມບໍ່ປະຕິບັດຂໍ້ຕົກລົງການຄ້າສອງຝ່າຍກັບ ວໍຊິງຕັນ.
ຄຳປະກາດດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ 1 ວັນທີ່ທ່ານ Trump ໄດ້ສືບຕໍ່ຕຳໜິຕິຕຽນທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ວ່າ ຄວນສຸມໃສ່ການຢຸດຕິການປະທະກັນຢູ່ ຢູແກຼນ ແທນທີ່ແຊກແຊງເຂົ້າສະພາບການຢູ່ ອີຣານ. ເຢຍລະມັນ ອາດຈະຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນອັດຕາພາສີສູງ ສຳລັບລົດໂອໂຕ ແລະ ເຄື່ອງອາໄຫຼ່ ຍ້ອນໄດ້ສົ່ງອອກລົດໂອໂຕເປັນຈຳນວນຫຼາຍ. ຕາມຂໍ້ຕົກລົງການຄ້າປີ 2025, ອຳນາດການປົກຄອງ ອາເມລິກາ ໄດ້ຫລຸດອັດຕາພາສີສຳລັບລົດໂອໂຕຂອງ ອີຢູ ລົງເຫຼືອພຽງ 15%. ກ່ອນໜ້ານັ້ນ, ລົດໂອໂຕຈາກ ອີຢູ ເຄີຍໄດ້ຮັບອັດຕາພາສີທັງໝົດຂຶ້ນເຖິງ 27.5%.





