ຕອນ​ຄຳ​ວັນ​ທີ 1 ພຶດ​ສະ​ພາ, ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ມາ​ຮອດ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ (ແຕ່​ວັນ​ທີ 1 – 3 ພຶດ​ສະ​ພາ), ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ. ​ເຂົ້າ​ຮ່ວມ​ຄະ​ນະຕ້ອນ​ຮັບ​ມີ: ​ທ່ານ ດັ້ງ​ຊວັນ​ຝອງ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ; ທ່ານ ຫງວຽ​ນ​ມິງ​ຫວູ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ; ທ່ານ ຟ້າມກ໋​ວາງ​ຫ້ຽວ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ພ້ອມ​ກັບ​ບັນ​ດາ​ພະ​ນັກ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫ້ອງວ່າ​ການ​ລັດ​ຖະ​ບານ. ຕາມທ່ານ ຟ້າມກວາງ​ຫ້ຽວ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ແລ້ວ, ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ຂັ້ນ​ສູງ, ພ້ອມ​ທັງ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ຄາດ​ວ່າການ​ຢ້ຽມ​ຢາມ​ ​ຈະ​ສຸມ​ໃສ່ ​ບັນ​ດາ​ຂົງ​ເຂດ​ເໝາ​ະ​ສົມ​ກັບ​ບຸ​ລິ​ມະ​ສິດ ແລະ ການ​ພັດ​ທະ​ນາ​ຢ່າງ​ແຮງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ທັງ ຫວຽດ​ນາມ ແລະ ຍີ່​ປຸ່ນ​ຄື: ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ສະ​ບຽງ​ອາ​ຫານ, ການ​ຮ່ວມ​ມື​ການ​ຜະ​ລິດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ, ຫັນ​ເປັນ​ສີ​ຂຽວ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ທ່ອງ​ທ່ຽວ, ການ​ຮ່ວມ​ມື​ທ້ອງ​ຖິ່ນ, ກາ​ນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ພົບ​ປະ​ປະ​ຊາ​ຊົນ​ພ້ອມ​ກັບ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.