ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມໂດຍກົງຄັ້ງທຳອິດໃນວັນທີ 14 ກໍລະກົດ (ພາບ:AFP/TTXVN)

ໃນກອງປະຊຸມນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິ 2 ສະບັບ, ພ້ອມກັບບັນດາການປຶກສາຫາລືກ່ຽວກັບໂກໂລມບີ ແລະ ບົດລາຍງານປະຈຳປີຂອງສະພາຄວາມໝັ້ນຄົງ ສປຊທີ່ກອງປະຊຸມສະມັດຊາໃຫຍ່ ສປຊ.

ແຕ່ກາງເດືອນ ມີນາ, ພາຍຫຼັງປິດປະຕູສຳນັກງານ ສປຊ ຢູ່ນະຄອນນິວຢອກຊົ່ວຄາວ ມາເປັນເວລາ 3 ເດືອນ ຍ້ອນຜົນກະທົບຈາກໂລກລະບາດ Covid – 19, ສະພາຄວາມໝັ້ນຄົງສປຊ ໄດ້ປັບຕົວໃຫ້ແທດເໝາກັບສະພາບການປົກກະຕິໃໝ່ເມື່ອໃຫ້ກົງຈັກເຄື່ອນໄຫວຜ່ານຮູບການທາງອອນລາຍ ແລະ ນຳໃຊ້ບາງມາດຕະການຊົ່ວຄາວກ່ຽວກັບກົນໄກປຶກສາຫາລື, ເຈລະຈາ ແລະ ລົງປະຊາມະຕິທາງໄກ.