ສາລາລະນະລັດ ໄຊປຣັດ ມີປະທານາທິບໍດີ ຄົນໃໝ່
13/02/2023 07:57
(VOVWORLD) -ຕາມຜົນການເລືອກຕັ້ງຢ່າງເປັນທາງການແລ້ວ, ພາຍຫຼັງນັບບັດເລືອກຕັ້ງ 100%, ທ່ານ Christodoulides (ອາຍຸ 49 ປີ) ໄດ້ຮັບບັດສະໜັບສະໜູນ 51,92% ຈາກຜູ້ມີສິດເລືອກຕັ້ງ, ໃນຂະນະນັ້ນ ຄູ່ແຂງເຊິ່ງແມ່ນ ທ່ານ Andreas Mavroyiannis (ອາຍຸ 66 ປິ) ຍາດໄດ້ແຕ່ 48,08% ເທົ່ານັ້ນ.

ວັນທີ 12 ກຸມພາ, ທ່ານອະດີດລັດຖະມົນຕີການຕ່າງປະເທດ Nikos Christodoulides ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ຢູ່ ສາທາລະນະລັດ ໄຊປຣັດ. ຕາມຜົນການເລືອກຕັ້ງຢ່າງເປັນທາງການແລ້ວ, ພາຍຫຼັງນັບບັດເລືອກຕັ້ງ 100%, ທ່ານ Christodoulides (ອາຍຸ 49 ປີ) ໄດ້ຮັບບັດສະໜັບສະໜູນ 51,92% ຈາກຜູ້ມີສິດເລືອກຕັ້ງ, ໃນຂະນະນັ້ນ ຄູ່ແຂງເຊິ່ງແມ່ນ ທ່ານ Andreas Mavroyiannis (ອາຍຸ 66 ປິ) ຍາດໄດ້ແຕ່ 48,08% ເທົ່ານັ້ນ. ດ້ວຍໝາກຜົນນີ້, ທ່ານ Nikos Christodoulides ຈະກາຍເປັນການນຳຄົນຕໍ່ໄປຂອງສາທາລະນະລັດ ໄຊປຣັດ - ເຊິ່ງແມ່ນປະເທດສະມາຊິກຂອງສະຫະພາບເອີຣົບ (ອີຢູ). ຍໍບ່ຽນ/VOV - ປະຈຳ ປຣາຮາ, ສ.ເຊັກໂກ.
TAG
VOV/VOVworld/ໄຊປຣັດ/ປະທານາທິບໍດີ
Related





