VOV WorldVOV World
ສານທາງການຂອງນາຍົກລັດຖະມົນຕີ ສຸມໃສ່ຮັບມື,ແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸWIPHA
04/08/2019 08:54
(VOVWORLD) - ຕອນຄ່ຳວັນທີ 3 ສິງຫາ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານທາງການເຖິງຄະນະກຳມະການປະຊາຊົນບັນດາແຂວງ ເຂດພູດອຍທາງພາກເຫນືອ ແລະ ພາກກາງ, ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ບັນດາກະຊວງ ຂະແຫນງການ ແລະ ອົງການມີຫນ້າທີ່ຄວາມຮັບຜິດຊອບ ກ່ຽວກັບເລື່ອງສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ WIPHA.
ສານທາງການຂອງນາຍົກລັດຖະມົນຕີ ສຸມໃສ່ຮັບມື,ແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸWIPHA
ທ່ານນາຍົກລັດຖະມົນຕີ  ສະເຫນີ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນສຸມໃສ່ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ ໂດຍໄວ ແລະ ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ຊອກຫາຜູ້ຖືກຫາຍສາບສູນ ແລະ ຫນູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຈາກໄພທຳມະຊາດ. ນອກນັ້ນ ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ເລັ່ງລັດຜັນຂະຫຍາຍການຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກ, ນ້ຳຖ້ວມ, ລວບລວມຄວາມເສຍຫາຍ, ສົມທົບກັບບັນດາອົງການກ່ຽວຂ້ອງ ສຳຫລວດກວດກາ, ສະເຫນີ ນາຍົກລັດຖະມົນຕີ ພິຈາລະນາເພື່ອຫນູນຊ່ວຍບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທຳມະຊາດຕາມການກຳນົດ. ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວມີຜູ້ເສຍຊີວິດ, ຫາຍສາບສູນຈາກໄພທຳມະຊາດ ແລະ ແບ່ງເບົາຄວາມຫຍຸ້ງຍາກ, ການເສຍຫາຍຕໍ່ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດປະສົບໄພທຳມະຊາດ.
TAG
VOV/VOVworld/ອຳ​ນາດ​ການ​ປົກ​ຄອງ