ການແຫ່ຂະບວນປະທ້ວງ ເພື່ອແນໃສ່ຄັດຄ້ານລັດທິຈໍາແນກເຊື້ອຊາດຜິວພັນ ຢູ່ສະວິດ (ພາບ: AFP/TTXVN)

ເຖິງຢ່າງໃດກໍຕາມ, ມະຕິສະບັບດັ່ງກ່າວ ໄດ້ຮັບການປັບປຸງ ໂດຍບໍ່ລະບຸຢ່າງລະອຽດເຖິງ ອາເມລິກາ. ຕາມແຈ້ງການແລ້ວ, 47 ສະມາຊິກຂອງສະພາສິດທິມະນຸດຂອງ ສປຊ ໄດ້ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບມະຕິສະບັບປັບປຸງ. ມະຕິສະບັບດັ່ງກ່າວ ຮຽກຮ້ອງໃຫ້ຂ້າຫຼວງໃຫຍ່ ສປຊ Michele Bachelet ກະກຽມບົດລາຍງາຍກ່ຽວກັບ “ລັດທິຈໍາແນກເຊື້ອຊາດຜິວພັນທີ່ມີລັກສະນະເປັນລະບົບ, ລະເມີດບັນດາຂໍ້ກໍານົດກົດໝາຍສາກົນ ກ່ຽວກັບສິດທິມະນຸດ ຕ້ານຄືນປະຊາຊົນເຊື້ອຊາດ ອາຟະລິກາ ກໍຄືປະຊາຊົນເຊື້ອຊາດ ອາຟະລິກາ ໄດ້ເສຍຊີວິດ ຍ້ອນການກະທໍາຂອງບັນດາກໍາລັງປະຕິບັດກົດໝາຍ.