ສະມາຊິກສະພາສູງ ອາເມລິກາ 4 ທ່ານ ສົ່ງຈົດໝາຍຮຽກຮ້ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກສຽງກ່ຽວກັບບັນຫາທະເລຕາເວັນອອກ
31/07/2019 09:59
(VOVWORLD) - ສະມາຊິກສະພາສູງ 04 ທ່ານ ຂອງ ອາເມລິກາ ກໍຮຽກຮ້ອງໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຈົ່ງຖືເປັນສໍາຄັນການພົບປະຢູ່ ບາງກອກ ເປັນກາລະໂອກາດເພື່ອສ້າງຄວາມເຫັນດີເຫັນພ້ອມເພື່ອປົກປ້ອງສິດ ຂອງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື...

ວັນທີ 29 ກໍລະກົດ, ສະມາຊິກສະພາສູງ ອາເມລິກາ 04 ທ່ານ ເຊິ່ງລວມມີ ທ່ານ Robert Memendez, ທ່ານ Edward Markey, ທ່ານ Patrick Leahy ແລະ ທ່ານ Brian Schatz ໄດ້ພ້ອມກັນສົ່ງຈົດໝາຍ ຮຽກຮ້ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກສຽງກ່ຽວກັບບັນດາການກະທໍາຂອງ ຈີນ ຢູ່ທະເລຕາເວັນອອກ ໃນຂະນະທີ່ທ່ານ Mike Pompeo ພວມເຂົ້າຮ່ວມກອງປະຊຸມກັບບັນດາເຈົ້າໜ້າທີ່ ອາຊຽນ ຢູ່ ບາງກອກ ປະເທດໄທ.
TAG
VOV/VOVworld/ຈົດໝາຍ/ທະເລຕາເວັນອອກ/ຮຽກຮ້ອງ
Related





