ສະພາແຫ່ງຊາດໃຫ້ສັດຕະຍາບັນການແຕ່ງຕັ້ງບັນດາສະມາຊິກຂອງລັດຖະບານ
09/04/2016 10:10
(vovworld)- ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດຫວຽດນາມ...

ບັນດາສະມາຊິກຂອງລັດຖະບານຊຸດໃໝ່ (vovworld)- ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດຫວຽດນາມ. ຕອນເຊົ້າວັນທີ 9/4, ບັນດາ ສ.ສ.ຊ ໄດ້ຮັບຮອງເອົາມະຕິກ່ຽວກັບແຜນການນຳໃຊ້ທີ່ດິນໄລຍະ 2016-2020, ຮັບຮອງເອົາກົດໝາຍບາງສະບັບ ແລະ ຮັບຮອງເອົາມະຕິສະເໜີໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງບາງຮອງນາຍົກລັດຖະມົນຕີ, ບາງລັດຖະມົນຕີ ແລະ ສະມາຊິກອື່ນໆຂອງລັດຖະບານ. ຫົວໜ້າຄະນະນັບບັດ ຮີງວັນຕີ້ ໄດ້ປະກາດຜົນຂອງການປ່ອນບັດໃຫ້ສັດຕະຍາບັນ 3 ຕຳແໜ່ງ ຮອງນາຍົກລັດຖະມົນຕີ. ຕາມນັ້ນແລ້ວ, ດ້ວຍຈຳນວນບັດເຫັນດີສ່ວນຫຼາຍ, ສະພາແຫ່ງຊາດໄດ້ເຫັນດີໃຫ້ທ່ານ ເຈື່ອງຮ່ວາບີງ, ທ່ານເວືອງດີງເຫ້ວ, ທ່ານຈິງດິງຢຸງໃຫ້ດຳລົງຕຳແໜ່ງ ຮອງນາຍົກລັດຖະມົນຕີ. ແລະ ກໍດ້ວຍຈຳນວນບັດເຫັນດີສ່ວນຫຼາຍ, ສະພາແຫ່ງຊາດໄດ້ເຫັນດີໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງຕຳແໜ່ງລັດຖະມົນຕີ ແລະ ສະມາຊິກອື່ນໆຂອງລັດຖະບານຊຶ່ງລວມມີ: ທ່ານໂງຊວນລິກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ ໂຕເລີມ ລັດຖະມົນຕີວ່າການກະຊວງຕຳຫຼວດ, ທ່ານ ເລວິ້ງເຕີນ ລັດຖະມົນຕີວ່າການກະຊວງພາຍໃນ, ທ່ານ ເລແທ່ງລອງ ລັດຖະມົນຕີວ່າການກະຊວງຍຸດຕິທຳ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ ເຈີນຕ້ວນແອງ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເຈືອງກວາງເງ້ຍ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ, ທ່ານຝ້າມຮົ່ງຮ່າ ລັດຖະມົນຕີວ່າການກະຊວງກໍ່ສ້າງ, ທ່ານເຈີນຮົ່ງຮ່າ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານເຈືອງມິນຕ້ວນ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ, ທ່ານດາວງອກຢຸງ ລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມ, ທ່ານຫງວຽນງອກຖ້ຽນ ລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານຈູງອກແອງ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ທ່ານຟຸ່ງຊວນຍະ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກໍ່ສ້າງ, ທ່ານໂດ້ວັນຈ້ຽນ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ, ທ່ານເລມິນຮຶງ, ຜູ້ວ່າການທະນາຄານແຫ່ງລັດ, ທ່ານຟານວັນເຊົ້າ ຫົວໜ້າອົງການກວດກາລັດຖະບານ, ທ່ານມາຍຕ້ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ.
TAG
vovworld/ລັດຖະບານ
Related





