VOV WorldVOV World
ສະພາຕ່ຳ ອັງກິດ ຮັບຮອງເອົາກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງ
05/09/2019 07:59
(VOVWORLD) - ດ້ວຍບັດສະໜັບສະໜູນ 327 ບັດ ເມື່ອທຽບໃສ່ບັດຄ້ານ 299 ບັດ, ສະພາຕ່ຳ ອັງກິດ ໄດ້ປ່ອນບັດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງຢ່າງເປັນທາງການ, ພ້ອມກັນນັ້ນ ກໍ່ປ່ອນບັດປະຕິເສດຄວາມຮຽກຮ້ອງຕ້ອງການຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 15 ຕຸລາ ຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson.
ສະພາຕ່ຳ ອັງກິດ ຮັບຮອງເອົາກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງ
ກ່າວຄຳເຫັນພາຍຫລັງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງ ຖືກສະພາຕ່ຳອັງກິດ ຮັບຮອງເອົາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຖະແຫຼງວ່າ ສິ່ງດັ່ງກ່າວນີ້ ໝາຍຄວາມວ່າເລື່ອງຢຸດຕິທຸກການເຈລະຈາກັບ ອີຢູ ແລະ ມອບສິດຄວບຄຸມໃຫ້ສະຫະພາບ ເອີຣົບ. ທ່ານ Boris Johnson ກໍ່ຢ້ຳຄືນຄວາມຮຽກຮ້ອງຕ້ອງການຈັດການເລືອກຕັ້ງກ່ອນວັນເວລາກຳນົດ ແມ່ນວັນທີ 15 ຕຸລາ ແລະ ຢັ້ງຢືນວ່າ ຖ້າຫາກກາຍວັນເວລາດັ່ງກ່າວນັ້ນ ແລະ ທ່ານຍັງຄົງແມ່ນນາຍົກລັດຖະມົນຕີ ອັງກິດ, ປະເທດ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນວັນທີ 31 ຕຸລາ ໃນທຸກກໍລະນີ.
TAG
VOV/VOVworld/ສະພາຕ່ຳ/ອັງກິດ/Brexit