ທ່ານນາງ ງຸຍທິແຄງ ຜູ້ອຳນວຍການບໍລິຫານ GreenID ກ່າວຄຳເຫັນໄຂລາຍການ

(ພາບ: baotainguyenmoitruong.vn)

ລາຍການສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2020 ໄດ້ດຳເນີນໄປແຕ່ວັນທີ 25 ຫາວັນທີ 28 ສິງຫາ ຈັດຂຶ້ນໂດຍກົງ ຢູ່ ຮ່າໂນ້ຍ ແລະ ທາງໄກຢູ່ ພາກເຫນືອ, ພາກກາງ ແລະ ພາກໃຕ້. ດ້ວຍສານທີ່ວ່າ “ບຸກທະລຸເພື່ອຟື້ນຟູ ແລະ ການພັດທະນາຂຽວ”. ສະຫະພັນພະລັງງານແບບຍືນຍົງ ຫວຽດນາມ (VSEA) ມຸ່ງໄປເຖິງຄາດໝາຍສ້າງເວທີປາໄສການເຈລະຈາຫລາຍຝ່າຍເພື່ອສືບຕໍ່ຍົກອອກບັນດາຂໍ້ສະເຫນີມາດຕະການຊຸກຍູ້ການພັດທະນາພະລັງງານແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງ, ຍົກເລິກຮົ້ວກີດຂວາງ, ຟື້ນຟູ ແລະ ການເຕີບໂຕຂຽວ.

ໃນຊຸມປີຜ່ານມາ,ຫວຽດນາມໄດ້ປະກາດໃຊ້ບັນດານະໂຍບາຍ ແລະ ກົນໄກເພື່ອຊຸກຍູ້ການພັດທະນາພະລັງານຜະລິດຄືນໃຫມ່.

ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ ແລະຫວຽດນາມ ຄືດັ່ງປະເທດຫນຶ່ງພວມນຳຫນ້າກ່ຽວກັບການເຕີບໂຕພະລັງງານຄືນໃຫມ່ໃນພາກພື້ນອາຊຽນ.