ວັນທີ 23 ເມສາ, ວົງການທະຫານສ.ເກົາຫຼີ ໃຫ້ຮູ້ວ່າ, ກຳລັງກອງທັບອາກາດຂອງປະເທດນີ້ ແລະ ອາເມລິກາ ພວມດຳເນີນບັນດາການຊ້ອມຮົບຮ່ວມໃນອາທິດນີ້. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ກອງທັບອາກາດສ.ເກົາຫຼີ ແລະ ບັນດາກຳລັງອາເມລິກາ ທີ່ຕັ້ງທັບຢູ່ສ.ເກົາຫຼີ ໄດ້ເລີ່ມດຳເນີນການຊ້ອມຮົບຮ່ວມ ຂັ້ນຝູງບິນ ນັບແຕ່ວັນ ທີ 20 ເມສາ ຜ່ານມາ ແລະ ຈະແກ່ຍາວໄປຮອດວັນທີ 24 ເມສາ. ເຈົ້າໜ້າທີ່ສັງກັດກຳລັງກອງທັບອາກາດ ສ.ເກົາຫຼີ ທ່ານໜຶ່ງໃຫ້ຮູ້ວ່າ: “ນີ້ແມ່ນບັນດາການຊ້ອມຮົບຮ່ວມທີ່ເປັນແບບຢ່າງ, ໄດ້ດຳເນີນໃນແຕ່ລະປີເພື່ອແນໃສ່ປັບປຸງກຳລັງຄວາມສາມາດປະຕິບັດບັນດາການເຄື່ອນໄຫວລວມຂອງ ສອງຝ່າຍ. ເວລາ ແລະ ຂອບຂະໜາດຂອງການຊ້ອມຮົບຄັ້ງນີ້ ກໍ່ຄ້າຍຄືກັນກັບບັນດາການຊ້ອມຮົບໃນຊຸມປີກ່ອນນີ້”.