ສ.ເກົາຫຼີ - ອາເມລິກາ ປະກາດແຜນການຊ້ອມຮົບຮ່ວມ ( ພາບປະກອບ: AFP/TTXVN) |
ການຊ້ອມຮົບ ສ່ວນຫລາຍຈະໄດ້ດຳເນີນຕາມຮູບແບບຜ່ານຄອມພິວເຕີ ແລະ 2 ຝ່າຍຈະສາຍບັນດາເທບວີດີໂອ ແລະ ເອກະສານທີ່ກ່ຽວຂ້ອງ.
2 ຝ່າຍຄາດວ່າ ຈະດັດປັບໄລຍະເວລາດຳເນີນການຊ້ອມຮົບພາຍຫລັງວັນຊາດ ສ.ເກົາຫຼີ (15/08) ແລະ ຈຸດປະສົງຂອງການຊ້ອມຮົບໃນຄັ້ງນີ້ ແມ່ນເພື່ອກວດກາບັນດາຂົງເຂດຈຸດສຸມກ່ຽວກັບກຳລັງຄວາມສາມາດການສູ້ຮົບຢ່າງຮອບດ້ານຂອງກອງບັນຊາການທະຫານປະສົມໃນອະນາຄົດ, ກະກຽມໃຫ້ແກ່ວຽກງານມອບໂອນສິດບັນຊາການຍຸກສົງຄາມ.








