ຊີຣີ ປະຕິເສດຄຳວິຈານ ກ່ຽວກັບສະພາບເສີກກາງເມືອງ
14/06/2012 08:46
ຄຳວິຈານຂອງຫົວຫນ້າກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ທ່ານ Herve Ladsous ວ່າ: ຊີຣີ ພວມຕົກເຂົ້າສູ່ສະພາບເສີກກາງເມືອງ ແມ່ນການສ່ອງແສງບໍ່ມີມູນຄວາມຈິງ

ທ່ານ Herve Ladsousຫົວຫນ້າກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ພາບ:xaluan.com (vovworld) - ວັນທີ 13/6 ກະຊວງການຕ່າງປະເທດ ຊີຣີ ຖະແຫລງວ່າ ຄຳວິຈານຂອງຫົວຫນ້າກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ທ່ານ Herve Ladsous ວ່າ: ຊີຣີ ພວມຕົກເຂົ້າສູ່ສະພາບເສີກກາງເມືອງ ແມ່ນການສ່ອງແສງບໍ່ມີມູນຄວາມຈິງກ່ຽວກັບການປະທະກັນໃນປະເທດນີ້. ກະຊວງການຕ່າງປະເທດ ຊີຣີ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າຫນ້າທີ່ຂອງສະຫະປະຊາຊາດ ຄວນ“ເປັນກາງ, ພາວະວິໄສ ແລະ ຊັດເຈນ”. ລັດຖະບານ ຊີຣີ ຍາມໃດກໍກ່າວຫາກຳລັງທະຫານເສລີ ຊີຣີ ຂອງຝ່າຍຄ້ານ ແລະ ກຸ່ມປະກອບອາວຸດອື່ນ ແມ່ນກໍ່ການຮ້າຍ ພ້ອມທັງຖືວ່າ ອາເມລິກາ ແລະ ປະເທດພັນທະມິດໃນພາກພື້ນໄດ້ສະຫນັບສະຫນຸູນບັ້ນຮົບຕ່າງໆຂອງບັນດາກຳລັງນີ້. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກ່າວຫາ ອາເມລິກາສະຫນອງອາວຸດໃຫ້ແກ່ກຳລັງຄັດຄ້ານ ຢູ່ ຊີຣີ ເຮັດໃຫ້ການປະທະກັນຢູ່ປະເທດນີ້ຮ້າຍແຮງຂຶ້ນຕື່ມ. ນີ້ເປັນຄັ້ງທຳອິດທີ່ ລັດເຊຍ ຕຳນິຕິຕຽນ ອາເມລິກາໂດຍກົງ.
TAG
ຊີຣີ
Related





