ສ.ສ.ຊ ແລະ ປະຊາຊົນເຊື່ອໝັ້ນຕໍ່ລັດຖະບານຊຸດໃໝ່ທີ່ເຄື່ອນໄຫວຢ່າງມີປະສິດທິຜົນ
10/04/2016 10:05
(vovworld)- ດ້ວຍເລື່ອງສະພາແຫ່ງຊາດຫວຽດນາມຫາກໍຮັບຮອງເອົາບັນດາມະຕິໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີ....

(ພາບປະກອບ) (vovworld)- ດ້ວຍເລື່ອງສະພາແຫ່ງຊາດຫວຽດນາມຫາກໍຮັບຮອງເອົາບັນດາມະຕິໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງ 3 ຮອງນາຍົກລັດຖະມົນຕີ ແລະ 18 ລັດຖະມົນຕີ, ຫົວໜ້າຂະແໜງການ, ຄະນະລັດຖະບານລວມມີສະມາຊິກ 27 ຄົນໄດ້ສ້າງໃຫ້ສົມບູນແບບແລ້ວ. ບັນດາ ສ.ສ.ຊ ໄດ້ຝາກຄວາມຫວັງຕໍ່ລັດຖະບານຊຸດໃໝ່ທີ່ຂະຫຍັນຂັ່ນເຄື່ອນ, ເຄື່ອນໄຫວຢ່າງມີປະສິດທິຜົນໃນການຄຸ້ມຄອງບໍລິຫານປະເທດຊາດ. ທ່ານ ຫງວຽນສີເກືອງ ສ.ສ.ຊ ແຂວງນິງຖ້ວນ ຖືວ່າ : “ ຂ້າພະເຈົ້າປາດຖະໜາວ່າ ຈະມີບັນດາຈຸດໃໝ່, ສະຫວ່າງສະໄຫວໃນຂົງເຂດນີ້, ປະຈຸບັນ ກໍມີຫຼາຍບັນຫາທີ່ພົ້ນເດັ່ນ, ບັນຫາປົກປັກຮັກສາອະທິປະໄຕທີ່ກ່ຽວຂ້ອງເຖິງການປົກປັກຮັກສາເຂດຫມູ່ເກາະທະເລ, ຊີວິດການເປັນຢູ່ຂອງປະຊາຊົນ, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ ” ສ່ວນທ່ານເຈີນຢູລີກ, ສ.ສ.ຊ ນະຄອນໂຮ່ຈິມິນ ມີຄວາມຫວັງວ່າ: “ ລັດຖະບານຕ້ອງມີບົດບາດແມ່ນຜູ້ຄ້ຳຊູ່ໃຫ້ແກ່ວິສາຫະກິດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ມີ 2 ຂົງເຂດ, ນັ້ນແມ່ນກະສີກຳ ແລະ ອຸດສາຫະກຳປຸງແຕ່ງ, ການຫນູນຊ່ວຍແມ່ນຍັງຕ່ຳ, ທີ 2 , ຄວາມຫຍຸ້ງຍາກກວ່ານັ້ນ, ແມ່ນໃນເງື່ອນໄຂງົບປະມານ ແລະ ໜີ້ສາທາລະນະພວມຖືກກຳລັງກົດດັນ. ທີ 3 , ກົງຈັກບໍລິຫານຕ້ອງສ້າງໃຫ້ກະທັດລັດ, ຍົກສູງປະສິດທິຜົນ ແລະ ດຳເນີນການປະຕິຮູບພື້ນຖານການບໍລິຫານຢ່າງຄົບຊຸດ”
TAG
vovworld/ສະພາແຫ່ງຊາດ
Related





