ບັນດາແຫຼ່ງຂ່າວທາງການຂອງ ອີຣານ ໄດ້ຢັງຢືນການຢ້ຽມຢາມ ອີຣານ ຂອງທ່ານລັດຖະມົນຕີກະຊວງພາຍໃນ ປາກີສະຖານ ໂດຍໃຫ້ຮູ້ວ່າ: ຄາດວ່າ, ທ່ານ Naqvi ຈະປຶກສາຫາລືກັບບັນດາເຈົ້າໜ້າທີ່ຂັ້ນສູງ ອິຣານ. ເນື້ອໃນການແລກປ່ຽນຈະສຸມໃສ່ການຮ່ວມມືສອງຝ່າຍ ກໍ່ຄືຄວາມມານະພະຍາຍາມຟື້ນຟູວິວັດການເຈລະຈາສັນຕິພາບລະຫວ່າງ ອາເມລິກາ-ອີຣານ ທີ່ຖືກຢຸດສະງັກນັບແຕ່ວັນທີ 11 ເມສາ. ເຖິງແນວນັ້ນກໍ່ຕາມ, ແຜນການລະອຽດຂອງທ່ານ ຍັງບໍ່ທັນໄດ້ປະກາດເທື່ອ.
ຕາມໂທລະພາບແຫ່ງລັດ ອີຣານ, ວັນທີ 17 ພຶດສະພາ, ບັນດາປະເທດ ເອີລົບ ໄດ້ເລີ່ມເຈລະຈາກັບກຳລັງພິທັກປະຕິວັດ ອີຣານ ກ່ຽວກັບບັນຫາອອກໄບອະນຸຍາດໃຫ້ກຳປັ່ນໄປຜ່ານຊ່ອງແຄບທະເລ Hormuz. ການກະທຳຖືກດຳເນີນໄປໃນສະພາບການທີ່ ເຕເຮຣານ ຫວ່າງແລ້ວນີ້ ໄດ້ອະນຸຍາດໃຫ້ພາຫະນະຫຼາຍປະເພດຂອງບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ປາກີສະຖານ ໄດ້ໄປຜ່ານຊ່ອງແຄບທະເລ Hormuz. ຝ່າຍ ເອີລົບ ຍັງບໍ່ທັນຢັ້ງຢືນຂ່າວດັ່ງກ່າວເທື່ອ.





.jpg)