ສຸມໃສ່ສ້າງສະພາບແວດລ້ອມວັດທະນະທຳຫວຽດນາມສີວິໄລ
08/08/2013 10:55

ກອງປະຊຸມສະຫລຸບ 15 ປີແຫ່ງການປະຕິບັດມະຕິ ກອງປະຊຸມຄັ້ງທີ 5 ພາບ: chinhphu.vn (vovworld)- ກອງປະຊຸມສະຫລຸບ 15 ປີແຫ່ງການປະຕິບັດມະຕິກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ຖືກດຳເນີນໄປໃນວັນທີ 8/8 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ໃນ 15 ປີແຫ່ງການປະຕິບັດ, ຄວາມຮັບຮູ້ກ່ຽວກັບບົດບາດ, ທີ່ຕັ້ງຂອງວັດທະນະທຳໃນພັກ, ໃນສັງຄົມໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ວິວັດທະນາການສ້າງ ແລະ ພັດທະນາວັດທະນະທຳບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດໃນໄລຍະໃຫມ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີ: ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ຕ້ອງເຫັນໄດ້ຄວາມອອ່ນດ້ອຍ, ຂໍ້ຈຳກັດຂອງພາລະກິດພັດທະນາວັດທະນະທຳໃນໄລຍະຜ່ານມາ.
TAG
ກອງປະຊຸມ
Related
More





