
ທ່ານນາງ ຫງວຽນທິກິມເງິນຢູ່ ສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ
(ພາບ: baomoi.com)
(vovworld) – ຕອນເຊົ້າວັນທີ 5/9, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ, ເທດສະບານ ລອງຫາຍ, ເມືອງ ລອງດ່ຽນ, ແຂວງ ບ໋າເຣ້ຍ ຫວູງເຕົ່າ, ຢ້ຽມຢາມອະນຸສາວາລີນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົ໋າ. ນອກຈາກການລ້ຽງດູທະຫານເສຍອົງຄະ, ທະຫານເຈັບປວຍແລ້ວ, ແຕ່ລະປີສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ ໄດ້ຜັດປ່ຽນກັນລ້ຽງດູຜູ້ມີຄຸນງາມຄວາມດີຂອງບັນດາແຂວງພາກໃຕ້ແຕ່ 2.500 ຮອດ 3.000 ເທື່ອຄົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດສືບຕໍ່ປະຕິບັດນະໂຍບາບບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີ. ສະພາແຫ່ງຊາດໄດ້ປັບປຸງລັດຖະບັນຍັດໃຫ້ແກ່ຜູ້ມີຄຸນງາມຄວາມດີ, ໄລຍະຈະມາເຖິງຈະຍົກລັດຖະບັນຍັດຂຶ້ນເປັນກົດໝາຍວ່າດ້ວຍຜູ້ມີຄຸນງາມຄວາມດີ, ກ່ຽວກັບເປົ້າໝາຍກ” ໄດ້ຮັບການປັບປຸງກ່ວາເມື່ອທຽບໃສ່ບັນດານະໂຍບາຍກົດໝາຍພວມປະກາດໃຊ້.

ທ່ານນາງ ຫງວຽນທິກິມເງິນຢູ່ ສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ
(ພາບ: baomoi.com)




