ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມອບເຄື່ອງໝາຍສະມາຊິກພັກ ຄົບຮອບ 60 ປີ ໃຫ້ແກ່ທ່ານ ເຈິ່ນດຶກເລືອງ, ອະດີດກໍາມະການກົມການເມືອງ, ອະດີດປະທານປະເທດ |
ເຄື່ອງໝາຍ ແມ່ນລາງວັນອັນສູງສົ່ງ, ໂດຍໄດ້ຮັບການຮັບຮອງຈາກພັກກອມມູນິດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາຜົນງານ ແລະ ການອຸທິດສ່ວນຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ. ໃນວິວັດການເຄື່ອນໄຫວ, ເຖິງວ່າຢູ່ໃນຖານະຕໍາແໜ່ງໃດກໍຕາມ, ແຕ່ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກໍຍົກສູງລັກສະນະປະຈັນບານ ແລະ ເປັນແບບຢ່າງຂອງສະມາຊິກພັກ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ສຸດຈິດສຸດໃຈຮັບໃຊ້ພາລະກິດແຫ່ງການປະຕິວັດອັນສະຫງ່າງາມຂອງພັກ ແລະ ຂອງປະເທດຊາດ, ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ຂອງປະເທດຊາດ ແລະ ປະຊາຊົນ.






