ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສາມັນລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນໄຕມາດທີ III/2020ຢູ່ອົດສະຕາລີຫຼືຜ່ານຮູບການທາງອອນລາຍເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນຕ້ອງເອົາໃຈໃສ່ເຖິງການຮ່ວມມືດ້ານສາທາລະນະສຸກ, ຄ້ຳປະກັນດ້ານສະບຽງອາຫານ, ສົມທົບກັນເພື່ອແນໃສ່ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ - ສັງຄົມທີ່ເກີດຈາກເຊື້ອພະຍາດ Covid – 19ໃຫ້ຢູ່ໃນລະດັບຕ່ຳສຸດ, ຟື້ນຟູບັນດາການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວແລະການຮ່ວມມືໃນບັນດາຂົງເຂດຕ່າງໆໂດຍໄວພາຍຫຼັງສິ້ນສຸດໂລກລະບາດ Covid – 19.