ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບການປ່ອຍເງິນລົງທຶນພາກລັດ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢ້ຳຄືນວ່າ ຢູ່ກອງປະຊຸມແລກປ່ຽນວຽກງານ ເດືອນແລ້ວ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕັດສິນໃຈປ່ອຍເງິນລົງທຶນພາກລັດທີ່ມີມູນຄ່າ 630.000 ຕື້ດົ່ງໃຫ້ໝົດ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕີລາຄາຄືນຄວາມຕັດສິນໃຈ, ການລະດົມລະບົບການເມືອງເຂົ້າຮ່ວມ ເພື່ອຊຸກຍູ້ການປ່ອຍເງິນລົງທຶນພາກລັດ. ຄ່ຽງຄູ່ກັນນັ້ນ, ຕ້ອງຕີລາຄາ, ພິຈາລະນາການປ່ອຍເງິນລົງທຶນພາກລັດສຳລັບບາງໂຄງການຈຸດສຸມສຳຄັນຂອງປະເທດຊາດ.