
ຫງວຽນຟຸ໋ຈ້ອງສິ້ນສຸດການຢ້ຽມຢາມແບນຊິກ ແລະ EU)
ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 17 – 19/01, ໃນການຢ້ຽມຢາມແບນຊິກ ແລະ ສະຫະພາບເອີລົບ (EU) ຢ່າງເປັນທານການຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ໄດ້ສິ້ນສຸດລົງຢ່າງຈົບງາມ. ບັນດາການເຈລະຈາ, ໂອ້ລົມສົນທະນາຂອງທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ກັບທ່ານນາຍົກລົດຖະມົນຕີແບນຊິກ Elio Di Pupo, ທ່ານປະທານຄະນະກຳມະການເອີລົບ Jose Manuel Barroso ແລະ ທ່ານປະທານສະພາເອີລົບ Herman Van Rompuy ໄດ້ເຫັນດີບັນດາເນື້ອໃນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຢ່າງດີງາມ ແລະ ຮອບດ້ານລະຫວ່າງຫວຽດນາມ - ແບນຊິກ ແລະ ລະຫວ່າງ ຫວຽດນາມ - EU. ສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງໄດ້ສົ່ງໂທລະເລກສະແດງຄວາມຂອບໃຈທ່ານນາຍົກລັດຖະມົນຕີແບນຊິກ Elio Di Rupo, ທ່ານປະທານຄະນະກຳມະການເອີລົບ Jose Manuel Barroso ແລະ ທ່ານປະທານສະພາເອີລົບ Herman Van Rompuy. ໃນໂທລະເລກສົ່ງເຖິງທ່ານນາຍົກລັດຖະມົນຕີແບນຊິກ Elio Di Rupo, ທ່ານເລຂາທິການໃຫຍ່ໄດ້ຂຽນວ່າ “ການຢ້ຽມຢາມໄດ້ສ້າງຄວາມຮັກແພງ ແລະ ຄວາມປະທັບໃຈອັງນເລິກເຊິ່ງກ່ຽວກັບປະເທດຊາດ ແລະ ຊາວລາສະອານາຈັກແບນຊິກໃຫ້ແກ່ພວກຂ້າພະເຈົ້າ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈດ້ານການເມືອງຂອງການນຳ 2 ປະເທດຈະເປັນພື້ນຖານຢ່າງໝັ້ນຄົງເຂັ້ມແຂງເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງແຮງ, ຮອບດ້ານ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ”. ໃນໂທລະເລກສົ່ງເຖິງທ່ານປະທານຄະນະກຳມະການເອີລົບ Jose Manuel Barroso ແລະ ທ່ານປະທານສະພາເອີລົບ Herman Van Rompuy ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ (PCA) ແລະ ຍູ້ແຮງການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ EU ຈະເປັນການຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ - EU, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.







