ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ 12ທ່ານ ອາຍຸການ 2020-2023 (ພາບ: TTXVN) |
ບັນດາເອກອັກຄະລັດຖະທູດຈະສືບຕໍ່ເສີມຂະຫຍາຍທີ່ເປັນມູນເຊື້ອສະຫງ່າລາສີຂອງຊາດ ແລະ ຂອງການທູດ ຫວຽດນາມ, ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະຈະມາເຖິງ. ທ່ານນາງເນັ້ນໜັກ ຄວາມເປັນເຈົ້າການ, ຕັ້ງໜ້າ, ປະດິດຄິດສ້າງ, ເສີມຂະຫຍາຍບົດບາດນຳໜ້າຂອງຂະແໜງການທູດ ທ່ານນາງ ດັ້ງທິງອັກທິງປາດຖະຫນາວ່າ ບັນດາເອກອັກຄະລັດຖະທູດຈະປະຕິບັດນຳໜ້າ “5 ປະການ”: ນຳໜ້າໃນການຊຸກຍູ້ການພົວພັນຂອງ ຫວຽດນາມ ກັບຄູ່ຮ່ວມມືເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ແບບຍືນຍົງ; ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ນຳໜ້າໃນການຜັນຂະຫຍາຍການທູດດ້ານເສດຖະກິດ, ປະກອບສ່ວນຟື້ນຟູເສດຖະກິດ-ສັງຄົມຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19ກໍ່ຂຶ້ນ; ນຳໜ້າໃນການຕໍ່ສູ້ດ້ານການເມືອງ-ການທູດ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຢ່າງໜັກແໜ້ນຂອງປະເທດຊາດ; ນຳໜ້າໃນການໂຄສະນາເຜີຍແຜ່ຮູບພາບປະເທດຊາດ, ຊາວ ຫວຽດນາມ ເຖິງໝູ່ເພື່ອນສາກົນ; ນຳໜ້າໃນການປົກປ້ອງພົນລະເມືອງ ແລະ ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.





