ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI, ອາ​ຍຸ​ການ 2026 – 2031 ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 11 – 13 ພຶດ​ສະ​ພາ 2026 ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນຫຼວງ​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ມີ​ຫົວ​ຂໍ້ “ສາ​ມັກ​ຄີ - ປະ​ຊາ​ທິ​ປະ​ໄຕ - ປ່ຽນ​ແປງ​ໃໝ່ - ປະ​ດິດ​ຄິດ​ສ້າງ - ພັດ​ທະ​ນາ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 1300 ທ່ານ. ກອງ​ປະ​ຊຸມ​ໃຫຍ່​ແມ່ນ​ເຫດ​ການ​ການ​ເມືອງ ສັງ​ຄົມ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສັງ​ກາດ​ໃໝ່, ໄດ້​ດຳ​ເນີນ​ພາຍຫຼັງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ XVI ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2026 – 2031.