ວັນ​ທີ 10 ພຶດ​ສະ​ພາ, ເຈ​ົ້າ​ໜ້າ​ທີ່​ກາ​ນ​ຕ່າງ​ປະ​ເທດ ອ​ີ​ຣານ ໄດ້​ກ່າວ​ເຕືອນ​ເລື່​ອງ ຝລັ່ງ ແລະ ອັງ​ກິດ ຈັດ​ສົ່ງ​ກຳ​ປັ່ນ​ຮົບ​ມາຍັງ​ຊ່ອງ​ແຄບ​ທະ​ເລ Hormuz, ແມ່ນ​ບາດ​ກ້າວ​ປິນ​ຂັ້ນ​ໄດ ອາດ​ຈະ​ເຮັດ​ໃຫ້​ວິ​ກິດ​ການ​ເພີ່ມ​ຂຶ້​ນ. ການ​ກະ​ທຳ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ຢູ່​ພາກ​ພື້ນ​ຍັງ​​ມີ​ການ​ຜັນ​ແປ​ທີີ່ຍັງ​ສັບ​ສົນ​ພໍ​ສົມ​ຄວນ​, ເມື່ອ​ປະ​ເທດ​ເຂດ ອ່າວ ສືບ​ຕໍ່​ລາຍ​ງານ​ກ່ຽວ​ກັບ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ເປັນ​ປໍ​ລະ​ປັກ​ຈາກ​ຝ່າຍນອກ. ຄຳ​ກ່າວ​ເຕືອນ​ໂດຍ​ທ່ານ Kazim Gharibabadi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ຍົກ​ອອກ​ມາ​ໃນ​ບົດ​ຂຽນ​ເອົາ​ລົງ​ທາງ​ສື່​ສັງ​ຄົມ​ X. ທ່ານ​ຢືນ​ຢັນ​ວ່າ ເລື່ອງ​ຜັນ​ຂະ​ຫຍາຍ​ກຳ​ປັ່ນ​ຮົບ​ບໍ່​ວາ​ລຳ​ໃດ​ມາ​ຊ່ອງ​ແຄບ Hormuz ໃນ​ນາມ​ປົກ​ປ້ອງ​ກຳ​ປັ່ນ, ລ້ວນ​ແຕ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ, ຍ້ອນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ປະ​ຕິ​ກິ​ຕິ​ຍາ​ຢ່າງ​ຂ້ຽວ​ຂາດ ແລະ ໃນ​ທັນ​ທີ​ຈາກ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ອີ​ຣາ​ນ.

ໃນ​ວັນ​ດຽວ​ກັນ, ທ່ານ Ali Abdollahi, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ສູນກາງ​ Khatam al-Anbiya ຂອງກອງ​ທັບ​ ອີ​ຣານ, ໄດ້​ພົບ​ປະ​ກັບຜູ້​ນຳ​ສູງ​ສຸດ Mojtaba Khamenei ແລະ ໄດ້​ຮັບ​ການ​ຊີ້​ນຳ ແລະ ແນະ​ນຳ​ໃໝ່​ເພື່ອ​ດຳ​ເນີນ​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ. ໃນ​ການ​ພົບ​ປະ, ທ່ານ Ali Abdollahi ຢືນ​ຢັນ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ ອີ​ຣານ, ພ້ອມ​ແລ້ວ​ຈະ​ປະ​ເຊີນ​ໜ້າ​ກັບ​ບໍ່​ວ່າ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ໃດໆ.