VOV WorldVOV World
ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນວັນບຸນຄຼິດສະມາດຢູ່ຄະນະກຳມະການສາມັກຄີກາໂຕລິກຫວຽດນາມ
19/12/2019 11:56
(VOVWORLD) -ເນື່ອງໃນໂອກາດວັນບຸນຄຼິດສະມາດ 2019, ຕອນບ່າຍວັນທີ 19 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ລົງຢ້ຽມຢາມ ແລະ ອວຍພອນ ວັນບຸນຄຼິດສະມາດ ຢູ່ ຄະນະກຳມະການສາມັກຄີ ກາໂຕລິກ ຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນວັນບຸນຄຼິດສະມາດຢູ່ຄະນະກຳມະການສາມັກຄີກາໂຕລິກຫວຽດນາມ
 ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ອວຍພອນວັນບຸນຄຼິດສະມາດ ຢູ່ ຄະນະກຳມະການສາມັກຄີກາໂຕລິກຫວຽດນາມ ພາບ:TTXVN ກ່າວຄຳເຫັນນະທີ່ນີ້ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນ: ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແມ່ນເຄົາລົບສິດເສລີການເຫລື້ອມໃສສາສະຫນາ. ສະພາແຫ່ງຊາດ ກໍ່ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຫລື້ອມໃສສາສະຫນາ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການສາສະຫນາເຄື່ອນໄຫວຕາມການກຳນົດຂອງລັດຖະທຳມະນູນ ແລະ ຂອງກົດໝາຍ.  ທ່ານນາງປະທານສະພາແຫ່ງຊາດ ປາດຖະຫນາ ຢາກໃຫ້ຄະນະກຳມະການສາມັກຄີກາໂຕລິກ ຫວຽດນາມສືບຕໍ່ໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນຊາວຄຼິດ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດໃຫ້ເປັນຢ່າງດີ.  ຄະນະກຳມະການສາມັກຄີ ກາໂຕລິກ ຫວຽດນາມ ສືບຕໍ່ປ່ຽນໃຫມ່ເນື້ອໃນ, ຮູບການເຄື່ອນໄຫວ, ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ແລະ ເປັນຂົວຕໍ່ສາມັກຄີລະຫວ່າງພັກ ແລະ ອຳນາດການປົກຄອງ ກັບຊາວຄຼິດ ເຕົ້າໂຮມສ້າງກຸ່ມກ້ອນມະຫາສາມັກຄີໃນທົ່ວປວງຊົນ. 
TAG
VOV/VOVworld/ແນວ​ທາງ​ຂອງ​ພັກ/ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ