ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມນະຄອນຫຼວງ Berlin, ເຢຍລະມັນ
15/10/2014 06:14
(vovworld)-ຕອນບ່າຍວັນທີ 15/10, ຢູ່ແບກລີງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດເຢັຍລະມັນ ....

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດເຢັຍລະມັນ Norbert Lammert (vovworld)-ໂດຍສືບຕໍ່ການເຄື່ອນໄຫວຢ້ຽມຢາມເຢັຍລະມັນ, ຕອນບ່າຍວັນທີ 15/10, ຕາມເວລາຫວຽດນາມ, ຢູ່ແບກລີງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດເຢັຍລະມັນ Norbert Lammert. ທ່ານປະທານສະພາແຫ່ງຊາດເຢັຍລະມັນ Norbert Lammert ໃຫ້ຮູ້ວ່າ ຈະມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລະຫວ່າງຊາດໂລກ IPU ຄັ້ງທີ 132 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນໃນເດືອນ 3/2015 . ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະແດງຄວາມຫວັງວ່າ : 2 ປະເທດ, 2 ສະພາແຫ່ງຊາດຈະເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ສະພາແຫ່ງຊາດເຢັຍລະມັນຕັ້ງໜ້າໜູນຊ່ວຍຫວຽດນາມເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ EU . ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລາກອນສະຖານທູດ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມພວມດຳລົງຊີວິດຢູ່ເຢັຍລະມັນ. ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 14/10, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຮອດນະຄອນ Stuttgart, ລັດ Baden Wuerttemberg, ເລີ່ມຕົ້ນການຢ້ຽມຢາມ ສ.ສະຫະພັນ ເຢຍລະມັນ ເປັນເວລາ 2 ວັນ, ຕາມຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Markel. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ຜູ້ວ່າການລັດ Baden Wuerttemberg, Winfried Kretschmann, ໄດ້ຕີລາຄາສູງບັນດາບາດກ້າວພັດທະນາບຸກທະລຸຂອງຫວຽດນາມ ໃນການພັດທະນາເສດຖະກິດ ກໍ່ຄືການພົວພັນຮ່ວມມືທີ່ນັບມື້ນັບພັດທະນາລະຫວ່າງລັດ Baden Wuerttemberg ເວົ້າສະເພາະ ແລະ ເຢຍລະມັນ ເວົ້າລວມກັບຫວຽດນາມ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
TAG
vovworld/vov/ນາຍົກລັດຖະມົນຕີ/ເຢັຍລະມັນ
Related





