ພາຍຫຼັງພິທີຍືນສານແຕ່ງຕັ້ງ, ທ່ານປະທານາທິບໍດີ ອານເຊຣີ Abdelmadjid Tebboune ພ້ອມດ້ວຍລັດຖະມົນຕີການຕ່າງປະເທດ ແລະ ຫົວໜ້າຫ້ອງວ່າການທໍານຽບປະທານາທິບໍດີ ໄດ້ເປັນກຽດຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນແທັ່່ງວິງ. ນະທີ່ນີ້, ທ່ານປະທານາທິບໍດີ ອານເຊຣີ ສະແດງຄວາມປິຕິຊົມຊືນເມື່ອທ່ານເອກອັກຄະລັດຖະທູດ ຫງວຽນແທັ່ງວິງ ໄດ້ມາຮັບໜ້າທີ່ທາງການທູດ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂເພື່ອໃຫ້ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນຢູ່ ອານເຊຣີ ຢ່າງສໍາເລັດຜົນ, ພ້ອມທັງສະແດງຄວາມປາດຖະໜາວ່າ ທ່ານ ຫງວຽນແທັ່ງວິງ ຈະມີບັນດາການປະກອບສ່ວນຕັ້ງໜ້າ ເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ອານເຊຣີ - ຫວຽດນາມ.

ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແທັ່ງວິງ ໄດ້ຍືນສານແຕ່ງຕັ້ງຈາກທ່ານປະທານປະເທດ ຫງວຽນຝູຈ້ອງ ມາຍັງທ່ານປະທານາທິບໍດີ ອານເຊຣີ Abdelmadjid Tebboune (ພາບ:TTXVN)

ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Tebboune ກໍໄດ້ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້ໃນຂະບວນວິວັດແຫ່ງການພັດທະນາປະເທດຊາດ, ພິເສດແມ່ນໃນຂົງເຂດເສດຖະກິດ ພ້ອມກັນນັ້ນ ກໍສະໜີີວ່າ ໃນໄລຍະຈະມາເຖິງ ສອງຝ່າຍຕ້ອງມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນແທັ່ງວິງ ຢັ້ງຢືນວ່າ ໃນອາຍຸການປະຕິບັດໜ້າທີ່ຂອງຕົນ ຈະພະຍາຍາມຢ່າງສຸດຂີດ ເພື່ອປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນແໜ້ນແຟ້ນລະຫວ່າງ ຫວຽດນາມ -ອານເຊຣີ, ພິເສດໃນຂົງເຂດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວັດທະນະທໍາ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 21 ມັງກອນ, ທ່ານເອກອັກຄະລັດຖະທູດ ຫງວຽນແທັ່ງວິງ ກໍໄດ້ຍືນສານແຕ່ງຕັ້ງສະບັບສໍາເນົາ ມາຍັງທ່ານລັດຖະມົນຕີການຕ່າງປະເທດ Sabri Boukadoum.