ພາບປະກອບ: TTXVN

ໂດຍປະຕິບັດຂໍ້ຕົກລົງມຸ່ງໄປສູ່ການຫັນການພົວພັນລະຫວ່າງ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ອິດສະລາແອັນ ທີ່ບັນລຸໄດ້ໃນຫວ່າງແລ້ວນີ້, ໃນວັນທີ 29 ສິງຫາ, ທ່ານ Khalifa bin Zayed Al Nahyan ປະທານາທິບໍດີ UAE ໄດ້ປະກາດໃຊ້ ລັດຖະບັນຍັດຍົກເລີກປະມວນກົດໝາຍປະຕິເສດອິດສະລາແອັນ ພ້ອມທັງອະນຸຍາດໃຫ້ຊຸກຍູ້ບັນດາຂໍ້ຕົກລົງດ້ານການຄ້າ ແລະ ການເງິນລະຫວ່ງສອງຝ່າຍ. ລັດຖະບັນຍັດສະບັບນີ້ ເພື່ອແນໃສ່ໜູນຊ່ວຍການຮ່ວມມືສອງຝ່າຍ ເພື່ອມຸ່ງໄປສູ່ການສ້າງການພົວພັນລະຫວ່າງສອງຝ່າຍຄືນໃໝ່.

UAE ແມ່ນ ປະເທດ ອາຣັບທີ 3 ຫັນການພົວພັນກັບ ອິດສະລາແອັນ ເປັນປົກກະຕິ (ພາຍຫຼັງ ອິຢິບ ໃນປີ 1979 ແລະ ຈໍແດນ ໃນປີ 1994). ເຖິງຢ່າງໃດກໍ່ຕາມ, ອຳນາດການປົກຄອງ ປາແລັດສະຕິນພ້ອມກັບບາງປະເທດອາຣັບ ຍັງອອກສຽງຄັດຄ້ານຂໍ້ຕົກລົງນີ້.