ວັນບຸນວັດທະນະທຳສັນຕິພາບ - ເຊີດຊູພົນລະເມືອງກິຕິມະສັກນະຄອນຫຼວງ
12/10/2014 10:57
vovworld)- ຕອນເຊົ້າວັນທີ 12/10, ຢູ່ອະນຸສາວະລີ ຫຼີທ້າຍໂຕ-ຮ່າໂນ້ຍ, ໄດ້ຈັດ“ ວັນບຸນວັດທະນະທຳສັນຕິພາບ...
ມີປະມານ 2000 ຄົນໄດ້ເຂົ້າຮ່ວມວັນບຸນວັດທະນະທຳສັນຕິພາບ (vovworld)- ຕອນເຊົ້າວັນທີ 12/10, ຢູ່ອະນຸສາວະລີ ຫຼີທ້າຍໂຕ-ຮ່າໂນ້ຍ, ໄດ້ຈັດ“ ວັນບຸນວັດທະນະທຳສັນຕິພາບ ຊຶ່ງແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (ວັນທີ10/10/1954 – 10/10/2014) ແລະ 15 ປີແຫ່ງວັນນະຄອນຫຼວງຮ່າໂນ້ຍໄດ້ຮັບການເຊີດຊູຈາກ UNESCO ວ່າແມ່ນ “ ນະຄອນເພື່ອສັນຕິພາບ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານຫງວຽນເທ້ຖາວ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໃຫ້ຮູ້ວ່າ : “ ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າໄດ້ສົ່ງເຖິງເພື່ອນມິດສາກົນສານກ່ຽວກັບນະຄອນຫຼວງຮ່າໂນ້ຍນັບພັນປີແຫ່ງອະລິຍະທຳ, ນະຄອນເພື່ອສັນຕິພາບ, ກ່ຽວກັບຊາວທັງລອງ-ຮ່າໂນ້ຍທີ່ສຸພາບຮຽບຮ້ອຍ ແລະ ຮ່າໂນ້ຍທີ່ຂະຫຍັນຂັນເຄື່ອນຊຶ່ງພວມຢູ່ໃນທ່າພັດທະນາພ້ອມກັບປະເທດຊາດ ແລະ ຊາວຫວຽດນາມ ຮ່ວມເດີນທາງບົນເສັ້ນທາງສ້າງສັນຕິພາບທີ່ຍືນຍົງ ” ທີ່ພິທີດັ່ງກ່າວ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ມອບນາມມະຍົດພົນລະເມືອງກິຕິມະສັກ ນະຄອນຫຼວງຮ່າໂນ້ຍໃຫ້ແກ່ຊາວຕ່າງປະເທດ 12 ຄົນຍ້ອນມີການປະກອບສ່ວນໃຫ້ແກ່ການພັດທະນາ ນະຄອນຫຼວງຮ່າໂນ້ຍໃນຫຼາຍຂົງເຂດ ”.
TAG
vov/vovworld/ວັນບຸນ/ສັນຕິພາບ
Related





