ຢູ່ບາງທ້ອງຖິ່ນດຳເນີນການປ່ອນບັດໄວກວ່າກຳນົດ
22/05/2016 10:11
(vovworld)- ໂດຍຮັບອະນຸຍາດຈາດ ສະພາເລືອກຕັ້ງແຫ່ງຊາດ, ວັນທີ 21/5, ຜູ້ມີສິດເລືອກຕັ້ງຢູ່ບາງແຫ່ງ...

ຢູ່ບາງທ້ອງຖິ່ນດຳເນີນການປ່ອນບັດໄວກວ່າກຳນົດ (vovworld)- ໂດຍຮັບອະນຸຍາດຈາດ ສະພາເລືອກຕັ້ງແຫ່ງຊາດ, ວັນທີ 21/5, ຜູ້ມີສິດເລືອກຕັ້ງຢູ່ບາງແຫ່ງໃນບໍລິເວນແຂວງກອມຕຸມ, ດັກລັກ, ກຽນຢາງ… ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ໄວກວ່າກຳນົດ 1 ວັນ. ຢູ່ປ້ອມປ້ອງກັນຊາຍແດນ ບໍແຮງ ທີ່ຂຶ້ນກັບຫົວໜ່ວຍເລືອກຕັ້ງເລກທີ 12, ຕາແສງ ກະຣົງນາ, ເມືອງບວນດົນ, ແຂວງດັກລັກ, ນັບແຕ່ຮຸ່ງເຊົ້າ, ບັນຍາກາດການເລືອກຕັ້ງໄດ້ຟົດຟື້ນຂຶ້ນດ້ວຍສຽງໂທລະໂຄ່ງ, ປ້າຍຄຳຂວັນ , ປ້າຍໂຄສະນາກ່ຽວກັບການເລືອກຕັ້ງ. ອ້າຍດຽວເຕີມ ຊາວເຜົ່າ ມນົງ ຜູ້ມີສິດເລືອກຕັ້ງພວມເຮັດວຽກຢູ່ ປ້ອມປ້ອງກັນຊາຍແດນ ບໍແຮງ ແຂວງດັກລັກ ໃຫ້ຮູ້ວ່າ : “ ມື້ນີ້ ພວກຂ້າພະເຈົ້າຊອກຮູ້ກ່ຽວກັບບັນດາຜູ້ແທນ, ປະຕິບັດສິດປະຊາທິປະໄຕຂອງຕົນເພື່ອເລືອກເອົາບັນດາຜູ້ແທນທີ່ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດ ແລະ ຄວາມຮັບຜິດຊອບເພື່ອຮັບໃຊ້ປະເທດຊາດແລະປະຊາຊົນ ” ໃນຈຳນວນ 20 ຫົວໜ່ວຍເລືອກຕັ້ງ ທີ່ດຳເນີນການປ່ອນບັດໄວກວ່າກຳນົດຢູ່ 3 ເມືອງຊາຍແດນເຊັ່ນ: ຊາໄທ່, ຫງອກໂຮ່ຍ, ດັກໄລຂອງແຂວງແຂວງກອມຕຸມ, ບໍລິເວນທີ່ມີຜູ້ມີສິດເລືອກຕັ້ງຫຼາຍກວ່າຫມູ່ແມ່ນແມ່ນເມືອງ ດັກໄລດ້ວຍຜູ້ມີສິດເລືອກຕັ້ງ 3000 ກວ່າຄົນ ຊຶ່ງຕົ້ນຕໍແມ່ນຊາວເຜົ່າ ແຢຈຽງ. ຜູ້ມີສິດເລືອກຕັ້ງ ອານາງ ຢູ່ຕາແສງ ດັກຍອງ ເມືອງດັກໄລ ໃຫ້ຮູ້ວ່າ : “ ຂ້າພະເຈົ້າເຊື່ອໝັ້ນຕໍ່ການປ່ອນບັດເລືອກຕັ້ງຂອງຕົນ. ຂ້າພະເຈົ້າໄດ້ຊອກຮູ້ກ່ຽວກັບຊີວະປະຫວັດຫຍໍ້ຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງ. ສຳລັບໂຄງການດຳເນີນງານຂອງ ບັນດາຜູ້ອອກສະໝັກຮັບເລືອກຕັ້ງ, ຂ້າພະເຈົ້າກໍໄດ້ຮັບຟັງແລ້ວ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອາຍຸການ 2016-2021 ບັນດາຜູ້ແທນປະຊາຊົນຈະເອົາໃຈໃສ່ກວ່າອີກໃຫ້ປະຊາຊົນໃນຊີວິດທຸກດ້ານ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ”
TAG
vovworld/ເລືອກຕັ້ງ
Related





