ຕອນເຊົ້າມື້ນີ້ (16 ກັນຍາ), ເວທີປາໄສ ຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ໄຂຂຶ້ນທີ່​ຢ​ູ່ ປັກກິ່ງ, ປະເທດຈີນ. ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ນຳ​ໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີ​ບົດກ່າວ​ຄຳ​ເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະ​ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບ ຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ".

ກ່າວຄຳເຫັນທີ່ກອງປະຊຸມຄົບ​ຄະ​ນະ​ຄັ້ງທີ 1, ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຖ​ືວ່າ ໂລກ​ພວມຜ່ານຜ່າການປ່ຽນແປງທີ່​ມີ​ລັກ​ສະ​ນະ​ບາ​ດ​ລ້ຽວ, ສັບສົນ ແລະ ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້. ສັນຕິພາບ, ສະຖຽນລະພາບ ແມ່ນຄວາມຄາດຫວັງ​ລວມຂອງປະຊາຄົມ​ສາ​ກົນ.

"​ຫວຽດ​ນາມ ຍົກ​ສູງ ແລະ ປາດຖະໜາຢາກ​ຊຸກ​ຍູ້ລັດທິຫຼາຍຝ່າຍ ກໍ່​ໝາຍ​ຄວາມ​ວ່າ ຢາກສ້າງ​ຄວາມລະບຽບ​ຮຽບ​ຮ້ອຍສາກົນ​ໂດ​ຍ​ມີຍຸຕິທຳ, ກວມ​ລວມ ອີງໃສ່ກົດໝາຍ ແລະ ລະ​ບອ​ບ​ລະ​ບຽບ​ສາ​ກົນ. ​ເພື່ອ​ໃຫ້​ມີ​​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ​ຢ່າງ​ຍຸ​ຕິ​ທຳ, ກວມ​ລວມ​ຄື​ແນວນັ້ນ ຕ້ອງ​ມີສະຖຽນລະພາບຍຸດທະສາດ, ເຊິ່ງ​ຢູ່​ທີ່ນັ້ນ, ສະພາບແວດລ້ອມແຫ່ງ​ສັນ​ຕິ​ພາບ​ໄດ້​ຮັບ​ການ​ຮັບ​ປະ​ກັນ, ບັນດາປະເທດມີຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ຮ່ວມມືກັນເພື່ອ​ຕ​່າງ​ຝ່າຍ​ຕ່າງ​ມີຜົນປະໂຫຍດ, ແກ້ໄຂບັນ​ດາບັນຫາ ໂດຍຜ່ານການສົນທະນາ, ອີງໃສ່ການເຄົາລົບກົດໝາຍ ແລະ ລະ​ບອ​ບ​ລະ​ບຽບການ​ສາ​ກົນ, ກົດບັດສະຫະປະຊາຊາດ, ​ບັນ​ດາຄຳໝັ້ນສັນຍາຢ​ູ່ພາກພື້ນ."

ເພື່ອພ້ອມ​ກັນ​ປັບ​ປຸງພື້ນຖານຄວາມເປັນລະບຽບຮຽບຮ້ອຍສາກົນ, ສ້າງຄວາມ ສະຖຽນລະພາບຍຸດທະສາດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຢືນຢັນວ່າ:

“ຍາມ​ໃດ ຫວຽດນາມ ກໍ່ເຄົາລົບ ແລະ ປະ​ຕິ​ບັດຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງຄົບຖ້ວນ; ພ້ອມ​ກັນ​ນັ້ນປາດຖະໜາຢາກ​ຍູ້​ແຮງວິ​ວັດ​ການເຈລະຈາ​ເຊັນກົດແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ດ້ວຍປະສິດທິພາບ, ປະ​ສິດ​ທິຜົນທີ່ແທ້ຈິງ ແລະ ​ສາ​ມາດເປັນໄປໄດ້. ກໍ່​ໃນ​ບັນ​ຫາທະເລຕາ​ເວັນ​ອອກ, ຫວຽດນາມ ຢືດ​ໝັ້ນ ແກ້ໄຂ​ບັນ​ດາບັນຫາໂດຍສັນຕິວິທີ, ອີງໃສ່ການເຄົາລົບກົດໝາຍສາກົນ, ໃນນັ້ນມີ ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS 1982).”