ພາບ: cand.vn)
ວັນທີ 18 ກັນຍາ, ຢູ່ ຮ່າໂນ້ຍ, ໄດ້ຈັດການສົນທະນາກ່ຽວກັບທະເລຄັ້ງທີ 15 ດ້ວຍຫົວຂໍ້ “ຈາກຂໍ້ຕົກລົງໄປສູ່ການກະທຳ: ຜັນຂະຫຍາຍສັນຍາກ່ຽວກັບການອະນຸລັກຮັກສາ ແລະ ການນຳໃຊ້ຊີວະນາໆພັນທະເລແບບຍືນຍົງຢູ່ບັນດາເຂດນອນນອກເໜືອສິດອຳນາດສານແຫ່ງຊາດ (ຂໍ້ຕົກລົງ BBNJ) ເພື່ອການຄຸ້ມຄອງທະເລດ້ວຍຄວາມຍຸດຕິທຳ, ມີປະສິດທິພາບ.” ມີຜູ້ຕາງໜ້າກວ່າ 200 ຄົນທີ່ມາຈາກ 10 ປະເທດ, ອົງການຜູ້ຕາງໜ້າຕ່າງປະເທດ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລຕ່າງໆ ໄດ້ເຂົ້າຮ່ວມ. ການສົນທະນາໄດ້ສຸມໃສ່ຊອກຫາວິທີແກ້ໄຂ ເພື່ອນຳເອົາຄຳໝັ້ນສັນຍາຂອງ BBNJ ເຂົ້າຕົວຈິງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຮອງສຈ, ປະລິນຍາເອກ ຫງວຽນທິລານແອງ, ຮອງຫົວໜ້າສະຖາບັນການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ:
“ໜ້າທີ່ຈຸດສຸມຂອງພວກເຮົາໃນປັດຈຸບັນແມ່ນ ນຳເອົາສັນຍາເຂົ້າສູ່ຕົວຈິງຢ່າງມີປະສິດທິຜົນ. ມະຕິສະບັບເລກທີ 20 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ວາງເປົ້າໝາຍ ສ້າງປະເທດ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງທາງທະເລ, ດ້ວຍການຄຸ້ມຄອງບໍລິຫານມະຫາສະໝຸດທີ່ທັນສະໄໝ, ມີວິທະຍາສາດ ແລະ ເຕັກໂນໂລຊີທະເລທີ່ກ້າວໜ້າ... ວິໄສທັດນີ້ຕິດພັນຢ່າງຈະແຈ້ງກັບເປົ້າໝາຍຂອງຂໍ້ຕົກລົງ BBNJ. ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS, ພ້ອມກັນນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດສັນຍາດັ່ງກ່າວ.”








