ເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງທ່າກຳປັ່ນ container ລຽນຈຽວໂດຍລວມ
25/04/2026 07:57
[VOVWORLD] - ໂຄງການລົງທຶນກໍ່ສ້າງດັ່ງກ່າວມີຍອດເງິນລົງທຶນປະມານ 1,6 ຕື້ USD ໄດ້ຮັບການວາງແຜນຜັງຢ່າງຄົບຊຸດຕາມມາດຕະຖານສາກົນ.

Ảnh 2: (ẢNH CỘP LOGO) Ủy viên Bộ Chính trị, Bí thư Trung ương Đảng, Phó Thủ tướng Thường trực Chính phủ Phạm Gia Túc phát biểu tại lễ khởi công. Ảnh: Đình Thiệu/VOV-Miền Trung ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ກ່າວຄຳເຫັນຊີ້ນຳທີ່ພິທີ ຕອນເຊົ້າວັນທີ 24 ເມສາ, ຢູ່ທ່າກຳປັ່ນ ລຽນຈຽວ, ຕາແສງ ຫາຍເວີນ, ນະຄອນ ດ່ານັ້ງ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການຈັດພິທີ ເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງທ່າກຳປັ່ນ container ລຽນຈຽວ ໂດຍລວມ. ກ່າວຄຳເຫັນຊີ້ນຳທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຢືນຢັນວ່າ ໂຄງການທ່າກຳປັ່ນ container ລຽນຈຽວ ໄດ້ຮັບຖືວ່າ ແມ່ນກິດຈະກຳດີເດັ່ນ, ປະກອບສ່ວນຫັນແນວທາງ, ແຜນນະໂຍບາຍຂອງພັກເປັນລະອຽດ, ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຂອງການພັດທະນາໃນໄລຍະໃໝ່. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ສະເໜີວ່າ: “ສະເໜີໃຫ້ນະຄອນ ດ່ານັ້ງ ແລະ ນັກລົງທຶນ ຕ້ອງເປັນເອກະພາບການກະທຳ ກັບຈິດໃຈຄວາມວ່ອງໄວ ແລະ ມີປະສິດທິຜົນ. ໂຄງການລົງທຶນກໍ່ສ້າງທ່າກຳປັ່ນ container ລຽນຈຽວ ໂດຍລວມ ໄດ້ຮັບກໍ່ສ້າງສຳເລັດຖືກຕາມແຜນການຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ນຳນະຄອນ ດ່ານັ້ງ ໃຫ້ກາຍເປັນນະຄອນທ່າກຳປັ່ນຢ່າງວັດທະນາຖາວອນ, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕລວມຂອງປະເທດຊາດ ແລະ ຢືນຢັນບົດບາດເປັນສູນກາງ logistic ແລະ ທ່າກຳປັ່ນທັນສະໄໝຢູ່ເຂດພາກກາງ ແລະ ທົ່ວປະເທດໃນສັງກາດໃໝ່”. ໂຄງການລົງທຶນກໍ່ສ້າງດັ່ງກ່າວມີຍອດເງິນລົງທຶນປະມານ 1,6 ຕື້ USD ໄດ້ຮັບການວາງແຜນຜັງຢ່າງຄົບຊຸດຕາມມາດຕະຖານສາກົນ.
TAG
VOV/VOVWORLD/ນະຄອນ/ທ່າກຳປັ່ນ/ວັດທະນາຖາວອນ
Related








