ຮີດຄອງປະເພນີໃນບຸນເຕັດຂອງຊາວເຜົ່າໄຕຢູ່ ພາກເໜືອຫວຽດນາມ
15/02/2021 03:00
(VOVWORLD) -ຢູ່ເຂດຊາຍແດນເໜືອສຸດຂອງພາກຕາເວັນອອກສ່ຽງເໜືອ ຫວຽດນາມ, ຊາວເຜົ່າໄຕເມືອງບິ່ງລຽວ, ແຂວງກວ໋າງນິງໄດ້ຕ້ອນຮັບລະດູບານໃໝ່ດ້ວຍຮີດຄອງປະເພນີທີ່ໄດ້ຮັບການຮັກສາມານັບພັນປີ ແລະ ເຂັ້ມຂົ້ນໄປດ້ວຍສີສັນຫຼາກຫຼາຍ. ໃນລາຍການກະຈາຍສຽງພາກນີ້, ນັກຂ່າວເຈື່ອງຢາງຈະແນະນຳເຖິງທ່ານຜູ້ຟັງບົດຂຽນທີ່ພາດຫົວຂໍ້ວ່າຮີດຄອງປະເພນີໃນບຸນເຕັດຂອງຊາວເຜົ່າໄຕຢູ່ເຂດຊາຍແດນພາກເໜືອຫວຽດນາມ. ເຊີນທ່ານຕິດຕາມຮັບຟັງ.

ເມື່ອຮອດວັນທີ 30 ບຸນເຕັດ(ໄລ່ຕາມຈັນທະປະຕິທິນ),ຄອບຄົວຊາວເຜົ່າໄຕ ຢູ່ບ້ານ ຈ່າງນ່າ, ຕາແສງຕິ່ງຮຸກ, ເມືອງບິ່ງລຽວ, ແຂວງກວ໋າງນິງ, ເຮືອນໃດກໍຄຶກຄັກໄປດ້ວຍສຽງເວົ້າສຽງຫົວແຈ້ວໆຂອງເດັກນ້ອຍຢູ່ເຮືອນໃຕ້ເຮືອນເໜືອ, ເຕົາໄຟເຮືອນຄົວໃດກໍມີແປວໄຟແດງຮຸນໆ, ມີກິ່ນຫອມຂອງອາຫານເຍື່ອງຕ່າງໆ. ປີໃດກໍເຊັ່ນດຽວກັນ, ຮຸ່ງເຊົ້າຂອງວັນທີ 30 ບຸນເຕັດ, ຄອບຄົວ ປ້າ ລາທິຮົ່ງ ກໍຟ້າວຟັ່ງຫ້າງຫາກະກຽມພາເຂົ້າບູຊາ ສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ແລະເຊີນບັນພະບຸລຸດມາຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ນັບແຕ່ເຊົ້າມືດ, ລູກຊາຍຫຼ້າຂອງປ້າ ຮົ່ງ ພ້ອມກັບບ່າວສາວໃນບ້ານຈະພາກາກັນເຂົ້າໄປໃນປ່າເພື່ອເລືອກເອົາຕົ້ນໄມ້ໄຜ່ທີ່ມີລຳຊື່, ເຫຼື້ອມ, ງາມ, ມີໃບດົກໜາເພື່ອເອົາມາເຮັດຕົ້ນກະຖິນຕັ້ງຢູ່ໜ້າເດີ່ນ. ສ່ວນຜົວເມຍລູກຊາຍກົກພາກັນອະນາໄມເຊັດຖູເຮືອນຊານໃຫ້ສະອາດແລະຈັດແຈງເຄື່ອງຂອງໃຫ້ເປັນລະບຽບງາມຕາ. ຮ້ານບູຊາ, ປະຕູໂຂງ, ຕົ້ນໄມ້.... ໄດ້ປະດັບດ້ວຍເຈ້ຍສີແດງ, ອັນໄດ້ເຮັດໃຫ້ເຮືອນຂອງ ປ້າ ຮົ່ງ ຄືໄດ້ໃສ່ເສື້ອຜືນໃໝ່ ກຽມພ້ອມຕ້ອນຮັບປີໃໝ່. ປ້າ ລາທິຮົ່ງ ໃຫ້ຮູ້ວ່າ ເຂົ້າຕົ້ມ ແມ່ນສິ່ງທີ່ບໍ່ອາດຂາດໄດ້ໃນພາເຂົ້າຂອງວັນທີ 30 ບຸນເຕັດຂອງຄອບຄົວ. ນັບແຕ່ວັນທີ 25, 26 ເດືອນ 12 (ໄລ່ຕາມຈັນທະປະຕິທິນ), ສະມາຊິກທຸກຄົນໃນຄອບຄົວ ໄດ້ພາກັນລ້າງໃບຕອງ, ກຽມເຂົ້າໜຽວ, ຊີ້ນໝູ, ໃບແມ໊ງກົ້ງ, ຫໍ່ທັງເຂົ້າຕົ້ມນ້ອຍ 3 ລ່ຽມ ເພື່ອໃຫ້ເດັກນ້ອຍກິນກ່ອນ. ນອກນັ້ນ ຄອບຄົວ ປ້າ ຮົ່ງ ຍັງຫໍ່ເຂົ້າຕົ້ມໃສ້ໄຂ່ ແລະ ປາ ໂດຍມີຮູບມົນຄືໝາກບານ ຫຼືເອີ້ນວ່າ “ເຂົ້າຕົ້ມພໍ່” ແລະ ເຂົ້າຕົ້ມຮູບທ່ອນກົມຂະໜາດໃຫຍ່ ຫຼື ເອີ້ນວ່າ “ເຂົ້າຕົ້ມແມ່” ເພື່ອບູຊາໃນຊຸມວັນບຸນເຕັດອີກດ້ວຍ. “ຮອດວັນທີ 30 ບຸນເຕັດ, ຂ້າພະເຈົ້າໄດ້ຊື້ຊີ້ນໝູ ໂດຍເລືອກເອົາຕ່ອນທີ່ແຊບທີ່ສຸດ. ແຕ່ງແລ້ວຕັ້ງພາເຂົ້າຢູ່ກາງເຮືອນ, ເຫຍັ້ນເຫຼົ້າເຊີນບັນພະບຸລຸດ. ໃນພາເຂົ້າບູຊາລວມມີ ເຂົ້າຕົ້ມ, ໄກ່ໜຶ່ງໂຕ ແລະ ຊີ້ນໝູໜຶ່ງປ່ຽງ. ປີໃດລູກຫຼານກໍມາຄົບໜ້າພໍຕາ ສະນັ້ນບັນຍາກາດໃນຄອບຄົວແມ່ນ ມ່ວນ ຫຼາຍ.” ຮອດຕອນບ່າຍ, ສ່ວນຫຼາຍບັນດາຄອບຄົວຊາວເຜົ່າ ໄຕ ຢູ່ບ້ານ ຈາງນ່າ, ຕາແສງ ຕິ່ງຮຸກ, ເມືອງ ບິ່ງລຽວ ລ້ວນແຕ່ເຕົ້າໂຮມກັນອ້ອມພາເຂົ້າສົ່ງທ້າຍປີເກົ່າ. ພາຍຫຼັງກິນເຂົ້າແລ້ວໆ ກໍພາກັນນັ່ງອ້ອມເຕົາໄຟ, ລຸງ ເລືອງທຽມຝູ ທັງເລົ່າເລື່ອງ ທັງຜັດຖູກິ່ງຕົ້ນມອນເປັນຊັ້ນໆ ເພື່ອໃຫ້ກາຍເປັນກິ່ງດອກໄມ້ສີຂາວ, ກະກຽມໃຫ້ແກ່ພິທີຕັກນ້ຳຂອງມື້ຕໍ່ມາ.
TAG
VOV/VOVworld/ເມືອງ ບິ່ງລຽວ/ກວ໋າງນິງ/ຊາວເຜົ່າໄຕ່/ບຸນປີໃໝ່/ຮີດຄອງປະເພນີ
Related








