ໂດຍປະ​ຕິ​ບັດ​ງານ​ຢູ່​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກາວ​ບັ່ງ ເປັນ​ເວ​ລກວ່າ 10 ປີ, ພັນ​ຕີ ຫງວຽນ​ຫວູ​ເລ ເກີດປີ 1990 ຢູ່ ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມ​ກັບ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ. ສຳ​ລັບ​ລາວ​ແລ້ວ ຊາຍ​ແດນ​ແມ່ນ​ບ້ານ​ເກີດ​ແຫ່ງ​ທີ່​ສອງ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄດ້​ກາຍ​ເປັນ​ອ້າຍ​ນ້ອງ​ຄີງ ແລະ ເປັນ​ແຫ່ງ​ກຳ​ລັງ​ໜູນ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່ ເຊິ່ງ​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ.

ກຸ່​ມບ້ານ​ຊາຍ​ແດນ ກາ​ລໍ່ ມີ​ພົນລະ​ເມືອງ​ເກືອບ 200 ຄົນ ແມ່​​ຊົນ​ເຜົົ່າ​ຢ້າວ ນີ້​ແມ່ນ​ກຸ່ມ​ບ້ານ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ຕາ​ແສງ ແຄັ້ງຊວັນ ແຂວງ ກາວ​ບັ່ງ. ໂດຍ​ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ທີ່​ລຳ​ບາກ​ຂອງ​ພໍ່​ແມ່​ພີ່​ນ້ອງ, ໃນ​ໄລ​ຍະ​ປະ​ຕິ​ບັດ​ງານ​ຢູ່​ປ້ອມ​ປ້ອງ​ຊາຍ​ແດນ ຊວັນ​ເຈື່ອງ ພັນ​ຕີ ​ຫງວຽນຫວູ​ເລ ໄດ້​ຂົນ​ຂວາຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສຳ​ນັກ​ງານ ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຢູ່​ທ້ອງ​ຖິ່ນ ປະ​ຕິ​ບັດ​ໂຄງ​ການ​ຕິດ​ຕັ້ງ​ດອກ​ໄຟ​​ເ​ຍືອງ​ທາງ​ຢູ່​ເຂດ​ຊາຍ​ແດນ ໂຄງ​ການ​ໄດ້​ຕິດ​ຕັ້ງ​ລະ​ບົບ​ດອກ​ໄຟ​ໃຊ້​ພະ​ລັງ​ແສງ​ຕາ​ເວັນນັບ​ສິບ​ລະ​ບົບ ມອບດອກ​ໄຟ​ສາກ, ທຸງ​ຊາດ ແຜນ​ທີ່ ຫວຽດ​ນາມ ໃຫ້​ຊາວ​ບ້ານ, ລວມ​ມູນ​ຄ່າ 110.000.000 ກວ່າດົ່ງ ປະ​ມານ 4.400 ໂດ​ລາ​ສະ​ຫະ​ລັດ. ລາວ​ຍັງ​ພ້ອມ​ກັບ​ພະ​ນັກ​ງານ​ນັກ​ຮົບ​ໃນ​ກົມ​ກອງ​ສົມ​ທົບ​ກັບ​ທ້ອງ​ຖິ່ນ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໂຄງ​ການ​ພະ​ນັກ​ງານ​ນັກ​ຮົບ​ກອງ​ທັບ​ພາ​ນ້ອງ​ໄປ​ໂຮງ​ຮຽນ ໃນ​ປີ 2023. ມີ​ເດັກ 14 ຄົນ ໄດ້​ຮັບ​ການ​ໜູນ​ຊ່ວຍ ແລະ 15 ຄົນ​ໄດ້​ຮັບ​ການ​ຂົນ​ຂວາຍ​ໄປ​ໂຮງ​ຮຽນ. ພັນ​ຕີ ​ຫງວຽນຫວູ​ເລ ​ໃຫ້​ຮູ້​ວ່າ :

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຮ່ວງ ແລະ ໄດ້​ປະ​ກອບ​ເຫື່ອ​ແຮງ ເພື່ອ​ໃຫ້​ພີ່​ນ້ອງຫຼຸດ​ຜ່ອນ​ຄວາມ​ລຳ​ບາກ. ເມື່ອ​ເຂົ້າ​ເຖິງວັດ​ທະ​ນະ​ທຳ​ຂອງ​ພໍ່​ແມ່​ພີ່​ນ້ອງກໍ່​ມີຫຼາຍ​ສິ່ງ​​ທີ່​ຍັງໃໝ່​ອ່ຽມ​ຍ້ອນບໍ່​ລົງ​ກັນ​ດ້ານ​ພາ​ສາ. ຂ້າ​ພະ​ເຈົ້າ​ເອງ​ຍາມ​ໃດ​ກໍ່​ພະ​ຍາ​ຍາມ​ດ້ວຍ​ທຸກວິ​ທີ ແມ່ນ​ຕ້ອງ​ຮຽນ​ພາ​ສາ ແລະ ດ້ວຍ​ຄວາມ​ຕັດ​ສິນ​ໃຈ ກໍ່​ຕ້ອງ​ໃຊ້​ເວ​ລາ 6 ເດືອນ ຈຶ່ງ​ສາ​ມາດ​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໄດ້”.

ໂດຍ​ຮັບ​ຜິດ​ຊອບ​ວຽງ​ການ​ຂົນ​ຂວາຍ​ມະ​ຫາ​ຊົນ, ໄດ້​ເຊື່ອມ​ຊຶມ​ແນວ​ຄິດ: ປ້ອມ​ແມ່ນ​ເຮືອນ, ຊາຍ​ແດນ​ແມ່ນ​ບ້ານ​ເກີດ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແມ່ນ​ອ້າຍ​ຍ້ອງ​ຄີງ. ພັນ​ຕີ ຫງວຽນ​ຫວູ​ເລ ໄດ້​ຕັ້ງ​ໜ້າ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ກົມ​ກອງ​ຄະ​ນະ​ພັກອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ເພື່ອ​ປະ​ຕິ​ວັດ​ວຽກ​ງານ​ສ​ົມ​ທົບ ຜັນ​ຂະ​ຫຍາຍ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ. ມີຫຼາຍ​ການ​ເຄື່ອນ​ໄຫວ​ທີ​່​ມີ​ຄວາມ​ໝາຍ​ໄດ້​ຖືກ​ປະ​ຕິ​ບັດ​ຄື ເດືອນຊາວ​ໜຸ່ມມ, ເດືອນ 3 ເຂດ​ຊາຍ​ແດນ, ເຄົາ​ລົບ​ທຸງ​ຊາດ​ຢູ່​ເສົາຫຼັກ​ໝາຍ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ… ່ອ້າຍ ເຈືອງ​ຫງອກ​ຮ​ວານ,ເລ​ຂາ​ໜ່ວຍ​ພັກ​ກຸ່ມ​ບ້ານນາ​ຈ່າວ,ຕາ​ແສງຟຸກ​ຮ​ວ່າ ແຂວງ ກາວ​ບັ່ງ ໃຫ້​ຂ້ໍ​ສັງເ​ກດ​ວ່າ

“ຫງວຽນ​ຫ​ວູ​ເລ ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ​ໃກ້​ຊິດຕິດ​ແທດ​ກັບ​ປະ​ຊາ​ຊົນ. ທຳ​ອິດ​ແມ່ນ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ລົງ​ເລິກ​ໃກ້​ຊິດ​ຕິດ​ແ​ທດ​ເອົາ​ໃຈ​ໃສ່​ເຖິງ​ປະ​ຊາ​ຊົນ​ທຸກ​ຄົນ, ໂຄ​ສະ​ນາ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ແນວ​ທາງ​ຂອງ​ພັກ ນະ​ໂຍ​ບາຍກົດໝາຍ​ຂອງ​ລັດ. ໂຄ​ສະ​ນາ​ຊ່ວຍ​ເຫຼືອ​ພໍ່​ແມ່​ພີ່​ນ້ອງ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ມີ​ຊ​ີ​ວິດ​ອີ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ”.

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ, ພັນ​ຕີ ຫງວຽນ​ຫວູ​ເລ ໄດ້​ຮັບ​ໃບ​ຍ້ອງ​ຍໍຫຼາຍ​ໃບ ຈາກ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ ຍ້ອນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ. ປີ 2023 ​ພັນ​ຕີ ຫງວຽນ​ຫວູ​ເລ ໄດ້​ຮັ​ບ​ລາງວັນ​ທີ​ໜຶ່ງ​ໃນ​ບັ້ນ​ແຂ່ງ​ຂັນ​ຂົນ​ຂວາຍ​ປະ​ຊາ​ຊົນ​ຢ່າງ​ຄ່ອງ​ຄ້ອງ ໂດຍ​ຄະ​ນະ​ພັກ​ແຂວງ ກາ​ວບັ່ງ ຈັດ​ຕັ້ງ; ບັນ​ດາ​ລຸ​ລະ​ດັບ​ເກັ່ງ​ໃນ​ງານ​ແຂ່ງ​ຂັນ​ສອນ​ການ​ເມືອງ​ຂັ້ນ​ກອງ​ບັນ​ຊາ​ການ ແລະ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 10 ແບບ​ຢ່າງ​ໜຸ່ມ​ດີ​ເດັ່ນ​ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ; ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແມ່ນ​ແບບ​ຢ່າງ​ໜຸ່ມ​ທີ່​ມີ​ແງ່​ຫວັງ​ຂັ້ນ​ກອງ​ທັບ​ປີ 2023. ປີ 2024 ພັນ​ຕີ ຫງວຽນ​ຫວູ​ເລ ​ມີ​ຄວາມ​ເປັນ​ກຽດໄດ້​ຮັບ​ໃບ​ຍ້ອງ​ຍໍ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍ້ອນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແນວ​ຄິດ​ຄຸນ​ສົມ​ບັດ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ ປະ​ທານ ໂຮ່​ຈີ​ມິນ. ພັນ​ຕີ ຕະ​ຢຸຍ​ຮ່າ ກຳ​ມະ​ການ​ການ​ເມືອງປ້ອມປ້ອງ​ກັນ​ຊາຍ​ແດນ ຊວັນ​ເຈື່ອງ ​ຕີ​ລາ​ຄາ​ວ່າ

“ສະ​ຫາຍ ເລ ແມ່ນ​ພະ​ນັກ​ງານ​ໜຸ່ມ ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ມີ​ຄວາມ​ຫ້າວ​ຫັນ​ກະ​ຕື​ລື​ລົ້ນ​ກັບ​ພໍ່​ແມ່​ພີ່​ນ້ອງ. ສະ​ຫຍາຍ​ຍາມ​ໃດ​ກໍ່​ເສີມ​ຂະ​ຫຍາຍ​ທຸກ​ສິ່ງ​ທຸກ​ຢ່າງ​ຄຸນ​ນະ​ທາດ ຄວາມ​ສາ​ມາດ​ຂອງ​ນັກ​ຮົບປ້ອງ​ກັນ​ຊາຍ​ແດນ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຫຼົ່າ​ນີ້ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຊົນ ຜ່ານນັ້ນ​ກໍ່​ສົມ​ທົບ​ກັບ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ເປັນ​ຢ່າງ​ດີ ໃນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ”.

ຍ້ອນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັບ​ຄວາມ​ຫຍຸ້ງ​ຍາກຂອງ​ພໍ່​ແມ່​ພີ່​ນ້ອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ​ໄດ້ຊ່ວຍ​ໃຫ້​ພັນ​ຕີ ຫງວຽນ​ຫວູ​ເລ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ຄວາມ​ລຳ​ບາກ ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ

“ປ້ອມ​ແມ່ນ​ເຮືອນ, ຊາຍ​ແດນ​ແມ່ນ​ບ້ານ​ເກີດ, ພໍ່​ແມ່ນ​ພີ່​ນ້ອງ​ບັນ​ດາ​ເຜົ່າ ແມ່ນ​ອ້າຍ​ນ້ອງ​ຄີງ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ທິດ​ນຳ​ນີ້ ຄຳ​ຂວັນ​ນີ້​ໄດ້​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ. ການ​ຮັບ​ຮູ້​ຂອງ​ຂັ້ນ​ຕ່າງໆ ໄດ້​ເຮັດ​ໃຫ້​ຂ​ພະ​ເຈົ້າ​ເອງຮູ້​ສຶກວ່າ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຫຼາຍກວ່າ​ອີກ ເພື່ອ​ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ”.

ພັນ​ຕີ ຫງວຽນ​ຫວູ​ເລ ແມ່ນ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ຂະ​​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລາວ​ໄດ້​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ນ້ຳ​ແດນ​ດິນ ແລະ ຄວາມ​ສະ​ຫງົບ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່.