VOV WorldVOV World
ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ
04/02/2015 10:13
ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ
(vovworld) – ອາ​ຊຽນ ພວມ​ກ້າວ​ເຂົ້າ​ສູ່​ຄາດໝາຍ​ກາຍ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 (31/12/2015), ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້ວຍ​ຄາດໝາຍ “ເຊື່ອມ​ຕໍ່​ດ້ານ​ການ​ເມືອງ, ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ ​ແລະ ພ້ອມ​ກັນ​ແບ່ງປັນ​ບັນດາ​ໜ້າ​ທີ່​ຮັບ​ຜິ​ດຊອບ​ດ້ານ​ສັງຄົມ” ​ໃນ​ປີ 2015, ​ໂດຍ​ອີງ​ໃສ່ 3 ​ເສົ້າ​ຄ້ຳ​ຕົ້ນ​ຕໍ່​ນັ້ນແມ່ນ: ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດ​ທະນະ​ທຳ - ສັງຄົມ. ​ໃນ 3 ​ເສົ້າ​ຄ້ຳ​ຕົ້ນ​ຕໍ່​ຂອງ​ປະຊາ​ຄົມ​ອາ​ຊຽນນັ້ນ, ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ແມ່ນ​ຂໍ້​ລິ​ເລີ່ມຂອງ​ຫວຽດນາມ. ດ້ວຍ​ແຜນ​ນະ​ໂຍບາຍ “​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີຄວາມ​ຮັບຜິດຊອບ​ພ້ອມ​ກັບ​ບັນດາ​ປະ​ເທດສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ໝັ້ນຄົງ​​ເຂັ້ມ​ແຂງ”. ປີ 2014 ຜ່ານ​ມາ, ຫວຽດນາມ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຂອງ​ລັດຖະບານປະຕິບັດ​ແຜນ​ຮ່າງ “ທິດ​ທາງ ​ແລະ ມາດ​ຕະການ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ຮອດ​ປີ 2015”.         ​​ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ VOV5 ທົບ​ທວນຄື​ນບາງ​ຂີດ​ໝາຍສຳຄັນ​ໃນ​ປະຊາຄົນ​ອາ​ຊຽນ ຄື: ຫວຽດນາມ - ອີນ​ໂດ​ເນ​ເຊຍ, ຫວຽດນາມ - ລາວ, ຫວຽດນາມ - ​ໄທ ​ແລະ ຫວຽດນາມ - ກຳປູ​ເຈຍ ​ໃນ​ປີ 2014.
TAG
vovworld/vov/ອາ​ຊຽນ