ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ
11/05/2015 01:00
(vovworld) – ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມຢືນຢັນແມ່ນໜຶ່ງໃນບັນດາແບບຢ່າງແຫ່ງການຮ່ວມມືພາກພື້ນສຳເລັດຜົນໃນໂລກ, ພິເສດແມ່ນດ້ານເສດຖະກິດ.

(vovworld) – ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມຢືນຢັນແມ່ນໜຶ່ງໃນບັນດາແບບຢ່າງແຫ່ງການຮ່ວມມືພາກພື້ນສຳເລັດຜົນໃນໂລກ, ພິເສດແມ່ນດ້ານເສດຖະກິດ. ຜ່ານເກືອບ 48 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ການຮ່ວມມືດ້ານເສດຖະກິດແມ່ນຂົງເຂດເຊິ່ງອາຊຽນ ບັນລຸໄດ້ດ້ວຍລະດັບເລິກເຊິ່ງ, ກວ້າງຂວາງທີ່ສຸດ. ບັນດາສະມາຊິກອາຊຽນ ພວມໃນທ່າເຊື່ອມໂຍງຢ່າງແຮງ, ເພື່ອມຸ່ງໄປເຖິງການສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015, ໃນນັ້ນມີເລື່ອງສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC). ຕາມນັ້ນແລ້ວ, ອາຊຽນ ປາດຖະໜາຢາກສ້າງໂຄງປະກອບຮ່ວມສຳພັນດ້ານເສດຖະກິດໃນລະດັບສູງກວ່າ ອີງຕາມນະໂຍບາຍ, ກົດໝາຍ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງເຖິງການຄ້າ ແລະ ການລົງທຶນ. ຈຸດພິເສດໃນເນື້ອໃນກໍ່ສ້າງ AEC ແມ່ນ, ອາຊຽນ ບໍ່ພຽງແຕ່ເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການຮ່ວມສຳພັນພາຍໃນກຸ່ມເທົ່ານັ້ນ, ຫາກລວມທັງບັນດາມາດຕະການເຊື່ອມໂຍງອາຊຽນ ກັບບັນດາພື້ນຖານເສດຖະກິດໃນທົ່ວໂລກອີກດ້ວຍ. ໃນໄລຍະຈະມາເຖິງ, ດ້ວຍຈິດໃຈຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງ, ຫວຽດນາມ ຈະພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ວິວັດການກໍ່ສ້າງປະຊາຄົມອາຊຽນ, ພິເສດແມ່ນປະຊາຄົມເສດຖະກິດ, ຖືນີ້ແມ່ນບຸລິມະສິດສຸງ ແນໃສ່ສ້າງພື້ນຖານຢ່າງໝັ້ນຂົງ, ປະກອບສ່ວນເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງອາຊຽນ. ໃນລາຍການພາບສາລະຄະດີນື້ນີ້, ບັນນາທິການ VOV ຈະທົບທວນຄືນບາງເຫດການສຳຄັນໃນການພົວພັນຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກອື່ນຂອງອາຊຽນຄື: ລາວ, ໂທ, ອິນໂດເນຍເຊີຍ ແລະ ກຳປູເຈຍ. ຫວຽດນາມ - ລາວ ການເຈລະຈາຮ່ວມມືເສດຖະກິດລະຫວ່າງບັນດາແຂວງໄຕງວຽນ, ທິດໃຕ້ພາກກາງຂອງຫວຽດນາມກັບບັນດາແຂວງທິດໃຕ້ພາກກາງຂອງລາວ. ທີ່ການໂອ້ລົມສົນທະນາ ເມື່ອວັນທີ 03/11/2014, 2 ຝ່າຍໄດ້ສຸມໃສ່ແລກປ່ຽນ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງນັກລົງທຶນ ຫວຽດນາມຢູ່ບັນດາແຂວງທາງທິດໃຕ້ພາກກາງຂອງລາວ. ໃນນັ້ນໄດ້ວາງອອກບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ລາວ, ໂດຍສະເພາະແມ່ນໃນຂົງເຂດລົງທຶນການຄ້າ. (ພາບ: centralinvest.gov.vn) ສັນຍາການຄ້າ 2 ຝ່າຍສະບັບໃໝ່ລະຫວ່າງຫວຽດນາມ ແລະ ລາວ, ໄດ້ລົງນາມໃນວັນທີ 03/03/2015, ຢູ່ສຳນັກງານກະຊວງອຸດສາຫະກຳການຄ້າລາວ, ແທນໃຫ້ສັນຍາການຄ້າລະຫວ່າງຫວຽດນາມ - ລາວ ທີ່ໄດ້ລົງນາມເມື່ອປີ 1998. ຕາມນັ້ນແລ້ວ, ຫວຽດນາມ ແລະ ລາວ ໄດ້ລົບລ້າງພາສີອາກອນສຳລັບສິນຄ້າກວ່າ 95% ແລະ ສະຫງວນຂໍ້ກຳນົດການປະພຶດແຫ່ງຊາດພິເສດສຳລັບສິນຄ້າ ທີ່ມີຕົ້ນກຳເນີດຈາກ 2 ປະເທດ. ງານວາງສະແດງ ແລະ ກອງປະຊຸມສຳມະນາ “ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນໂຮ່ຈິມິນ ເຂົ້າລາວ”. ງານວາງສະແດງ ແລະ ກອງປະຊຸມສຳມະນາດຳເນີນໃນວັນທີ 07/04/2015, ຢູ່ນະຄອນຫຼວງວຽງຈັນ, ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດລາວ ແລະ ນະຄອນໂຮ່ຈິມິນ ແລກປ່ຽນຂໍ້ມູນຂ່າວ, ຊອກຫາບັນດາໂຄງການ ແລະ ຄູ່ຮ່ວມມືທີ່ເໝາະສົມ, ສ້າງຕັ້ງການພົວພັນຄູ່ຮ່ວມມືດຳເນີນທຸລະກິດຢ່າງໝັ້ນຂົງ: ຍາວນານ. (ພາບ: nhandan.com.vn)
TAG
vovworld/vov/AEC
Related








