VOV WorldVOV World
​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ແຂວງ​ເຊີນ​ລາ
30/06/2022 10:00
(VOVWORLD) - ຜູ້ຟັງ ບົວລະພາ ແມ່ນຜູ້ສົນໃຈເຖິງບັນດາຂ່າວຄາວກ່ຽວກັບ ຫວຽດນາມ ຫຼາຍແມ່ນບໍ່? ຂອບໃຈທ່ານຫຼາຍໆເດີ ແລະ ລາຍການພາກພາສາລາວຂໍແນະນຳ ໃຫ້ເພື່ອນຮູ້ໜ້ອຍໜຶ່ງກ່ຽວກັບລັດຖະບານເອເລັກໂຕນິກ (e-Government).
​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ແຂວງ​ເຊີນ​ລາ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 385 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ຜູ້ຟັງ ຄຳສິງ ວິໄລວົງ, ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຫາລາຍການໂດຍຢາກຮູ້ຂໍ້ມູນຂ່າວກ່ຽວກັບ Festival ເຫ້ວ. ເພື່ອນຢາກຮູ້ແຈ້ງ ວ່າງານບຸນນີ້ຈະ ຈັດຕັ້ງຄືແນວໃດ ແລະ ປີນີ້, Festival ເຫ້ວ ຈັດຈັກມື້? ຜູ້ຟັງ ຄຳສິງ ວິໄລວົງ ທີ່ຮັກແພງ, Festival ເຫ້ວ ໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ, ນີ້ແມ່ນເຫດການວັດທະນະທຳຂະໜາດໃຫຍ່ໄດ້ຮັບການຈັດຕັ້ງຢູ່ນະຄອນ ເຫ້ວ ໃນປີເລກຄູ່ເພື່ອຈຸດປະສົງຈົດຈຳບັນດາຄຸນຄ່າທີ່ເປັນມູນເຊື້ອຂອງພະລາຊະວັງເຫ້ວ. ເຂົ້າຮ່ວມງານບຸນນີ້, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາລາຍການສະແດງສິລະປະຢູ່ຕາມທ້ອງຖະໜົນ, ອ່ານບົດກະວີ, ບັນດາງານວາງສະແດງທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ, ດົນຕີປະສານສຽງ, ການຕີກອງ ແລະ ຮັບຊົມບັນດາຟິມຮູບເງົາປະຫວັດສາດ. Festival ເຫ້ວ 2022 ຈັດຂຶ້ນອາທິດໜຶ່ງ, ເຊິ່ງເລີ່ມແຕ່ວັນທີ 26 – 30 ມິຖຸນາ, ດ້ວຍຫຼາກຫຼາຍລາຍການທີ່ເປັນເອກະລັກສະເພາະສຳລັບທຸກໆລຸ້ນຄົນ. ພິເສດ, ໃນງານບຸນປີນີ້, ຄະນະຈັດຕັ້ງໄດ້ສ້າງເວທີສະແດງຂອງລາຍການຕ່າງໆຢູ່ລຽບຕາມແຄມແມ່ນ້ຳ ເຮືອງ ໃຫ້ຊົມຟຼີ. ຫວັງວ່າ, Festival ປີຕໍ່ໄປ ເພື່ອນຈະຈັດແບ່ງເວລາເພື່ອມາເຂົ້າຮ່ວມຄົ້ນຫາລາຍການວັດທະນະທຳນີ້.
TAG
VOV/VOVworld/ຜະ​ລິດ​ຕະ​ພັນ OCOP/ກະ​ເສດ/ມົກເຈົາ/ລັດ​ຖະ​ບານ ເອ​ເລັກ​ໂຕ​ນິກ